ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ກຸມພາ ນີ້ວ່າ:  ທ່ານ ເຮັງ ສະວີກຽດ ລັດຖະມົນຕີກະຊວງການເງິນຂອງສິງກະໂປ ນຳສະເໜີຮ່າງແຜນງົບປະມານປະຈຳປີນີ້ຕໍ່ທີ່ປະຊຸມສະພາ ໂດຍມີເນື້ອໃນສຳຄັນວ່າ ລັດຖະບານຈະເພີ່ມການລົງທຶນໃນທຸກດ້ານທີ່ຈຳເປັນ ເພື່ອພັດທະນາຄຸນນະພາບຊີວິດຂອງປະຊາຊົນ ແລະ ປົກປ້ອງອະທິປະໄຕຂອງປະເທດ ໂດຍທ່ານ ເຮັງ ສະວີກຽດ ສະເໜີງົບປະມານດ້ານສາທາລະນະສຸກ ເພື່ອຈັດຕັ້ງກອງທຶນມູນຄ່າ 6.100 ລ້ານໂດລາສິງກະໂປ ເພື່ອເປັນສະຫວັດດີການໃຫ້ກັບພົນລະເມືອງປະມານ 500.000 ຄົນ, ເຊິ່ງມີອາຍຸລະຫວ່າງ 60-69 ປີ.

ຂະນະດຽວກັນ, ງົບປະມານຈຳນວນດັ່ງກ່າວ ຍັງລວມເຖິງການກໍ່ສ້າງສູນກິລາເພີ່ມອີກ ແລະ ເປັນຫຼັກປະກັນໃຫ້ກັບລະບົບສາທາລະນະສຸກສຳລັບປະຊາຊົນໃນທຸກເພດໄວນຳອີກ, ເຊິ່ງງົບປະມານສ່ວນນີ້ເປັນຄົນລະສ່ວນກັບອີກ 3.100 ລ້ານໂດລາສິງກະໂປ ເພື່ອຊ່ວຍເຫຼືອປະຊາຊົນທຸກເພດໄວທີ່ມີລາຍໄດ້ໜ້ອຍ ຫຼື ຜູ້ທີ່ບໍ່ມີຄວາມສາມາດເຮັດວຽກໄດ້ຕາມປົກກະຕິ.

ນອກຈາກນີ້, ທ່ານ ເຮັງ ສະວີກຽດ ຍັງໄດ້ເວົ້າເຖິງສະພາບດ້ານການເມືອງ ແລະ ສະພາບການຂອງໂລກ ທີ່ມີການປ່ຽນແປງຢ່າງວ່ອງໄວ, ເຊິ່ງສິງກະໂປ ເປັນປະເທດຂະໜາດນ້ອຍ ຈຳເປັນຕ້ອງມີຄວາມພ້ອມໃນການຮັບມືກັບຄວາມສ່ຽງດັ່ງກ່າວ ໂດຍງົບປະມານທັງໝົດໃນດ້ານຄວາມໝັ້ນຄົງປະຈຳປີນີ້ຈະຢູ່ທີ່ປະມານ 22.700 ລ້ານໂດລາສິງກະໂປ ຄິດສະເລ່ຍປະມານ 30% ຂອງງົບປະມານທັງໝົດ ເພີ່ມຂຶ້ນປະມານ 2% ຫຼື ເກືອບປະມານ 1.000 ລ້ານໂດລາສິງກະໂປ ຈາກງົບປະມານປີທີ່ຜ່ານມາ, ເຊິ່ງງົບປະມານຂອງກະຊວງປ້ອງກັນປະເທດຈະເພີ່ມຈາກ 14.800 ລ້ານໂດລາສິງກະໂປ ເປັນ 15.500 ລ້ານໂດລາສິງກະໂປ.

ພ້ອມດຽວກັນນີ້, ປີນີ້ແມ່ນປີຄົບຮອບ 200 ປີ ເຊີສະແຕມຟອດ ແຣຟເຟີນ ຜູ້ກໍ່ຕັ້ງເມືອງສິງກະໂປ ແລະ ບຣິຕິຊມາລາຍາ (British Malaya) ລັດຖະບານສິງກະໂປ ໄດ້ຈັດງົບປະມານພິເສດ 1.100 ລ້ານໂດລາສິງກະໂປ ເພື່ອເປັນສະຫວັດດີການແຈກຢາຍໃຫ້ກັບພົນລະເມືອງ 1.4 ລ້ານຄົນທີ່ມີຖານະທຸກຍາກ ຄິດເປັນອັດຕາສ່ວນ 1/4 ຂອງພົນລະເມືອງທົ່ວປະເທດທີ່ປັດຈຸບັນມີຢູ່ເກືອບ 6 ລ້ານຄົນ ໂດຍແຕ່ລະຄົນຈະໄດ້ຮັບບັດເງິນ 300 ໂດລາສິງກະໂປ ເພື່ອໄວ້ໃຊ້ຈ່າຍໃນຄອບຄົວ.