ໃນວັນທີ 17 ກຸມພາ ນີ້, ທ່ານ ຊອງ ອອງຣີຊອງ ນາຍົກລັດຖະມົນຕີໄຮຕິ ຖະແຫຼງຜ່ານສະຖານີໂທລະພາບແຫ່ງຊາດ ໂດຍປະກາດສະຖານະການສຸກເສີນ ເພື່ອບັນເທົາວິກິດເສດຖະກິດ ແລະ ການສໍ້ໂກງຊັບໃນເບື້ອງຕົ້ນ 9 ຂໍ້, ເຊິ່ງລວມທັງການຫຼຸດເງິນເດືອນປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ສະມາຊິກສະພາທຸກຄົນ. ການຍົກເລີກສິດທິພິເສດດ້ານການຈ່າຍສາທາລະນຸປະໂພກ ແລະ ສິດໃນການເດີນທາງໄປເຮັດວຽກຢູ່ໃນຕ່າງປະເທດ ພ້ອມທັງຈະມີການຫຼຸດຈຳນວນຄະນະຜູ້ຕິດຕາມນຳອີກ.

ພ້ອມດຽວກັນນັ້ນ, ທ່ານ ອອງຣີຊອງ ຍັງສະເໜີໃຫ້ມີການຈັດກອງປະຊຸມລະຫວ່າງລັດຖະບານກັບຕົວແທນຜູ້ປະກອບການທຸລະກິດ ແລະ ມີການປະຊາມະຕິພິຈາລະນາກ່ຽວກັບການປັບເພີ່ມຄ່າແຮງງານຂັ້ນຕ່ຳ ພ້ອມທັງໃຫ້ຄຳໝັ້ນສັນຍາເພີ່ມການກວດສອບການສໍ້ໂກງໃນບໍລິສັດ ປິໂຕຣຄາຣິເບ, ເຊິ່ງເປັນລັດວິສາຫະກິດດ້ານພະລັງງານຂອງໄຮຕິ. ນອກຈາກນີ້, ນາຍົກລັດຖະມົນຕີໄຮຕິ ຍັງໄດ້ຮຽກຮ້ອງໃຫ້ໃຫ້ຝ່າຍຕໍ່ຕ້ານລັດຖະບານຢຸດການປະທ້ວງ ເນື່ອງຈາກວ່າ ໄຮຕິ ຍັງອາດບໍ່ທັນຟື້ນຟູຕົວໄດ້ດີເທົ່າທີ່ຄວນ ນັບຕັ້ງແຕ່ເກີດເຫດແຜ່ນດິນໄຫວຄັ້ງຮ້າຍແຮງໃນປີ 2010 ແລະ ເກີດການແພ່ລະບາດພະຍາດອະຫິວາຕາມມາ ສົ່ງຜົນກະທົບຢ່າງຕໍເນື່ອງ ລວມທັງສະເຖຍລະພາບທາງດ້ານເສດຖະກິດທີ່ກາຍເປັນປະເທດທຸກຍາກທີ່ສຸດໃນເຂດພາກພື້ນອາເມລິກາ ຕາມການຈັດອັນດັບຂອງທະນາຄານໂລກ ໂດຍ 60% ຂອງຊາວໄຮຕິ ເກືອບ 11 ລ້ານຄົນມີລາຍໄດ້ຕ່ຳກວ່າ 2 ໂດລາສະຫະລັດ.

ການກໍ່ເຫດປະທ້ວງລັດຖະບານໄຮຕິ ເລີ່ມແຕ່ວັນວັນທີ 7 ກຸມພາ ທີ່ຜ່ານມາ, ເຊິ່ງກຸ່ມຜູ້ຊຸມນຸມປະທ້ວງນັ້ນໄດ້ມີການກໍ່ເຫດຢ່າງຮ້າຍແຮງ ແລະ ສະຖານະການການປະທ້ວງຍັງບໍ່ມີທ່າທີຫຼຸດລົງ ແລະ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 7 ຄົນ ໂດຍການປະທ້ວງມາຈາກສາເຫດທີ່ປະຊາຊົນບໍ່ພໍໃຈຕໍ່ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ, ເຊິ່ງມາຈາກການສໍ້ໂກງຊັບຕັ້ງແຕ່ລະດັບສູງສຸດ ແລະ ເລື່ອງການສໍ້ໂກງເງິນເກືອບ 2.000 ລ້ານໂດລາສະຫະລັດ ຈາກກອງທຶນນ້ຳມັນທີ່ປະເທດເວເນຊູເອລາ ມອບໃຫ້ໄຮຕິ ໃນລາຄາພິເສດ ຜ່ານບໍລິສັດ ປິໂຕຣຄາຣິເບ ລະຫວ່າງປີ 2016-2017.

ທ່ານ ໂຊເວເນນ ມອຍອິດ ປະທານາທິບໍດີຂອງໄຮຕິ ທີ່ເຂົ້າຮັບຕຳແໜ່ງໃນປີ 2016 ຢືນຢັນວ່າ ຈະບໍ່ລາອອກຈາກແໜ່ງກ່ອນກຳນົດ, ສ່ວນສະຫະລັດ ອາເມລິກາ ໄດ້ມີການອົບພະຍົບເຈົ້າໜ້າທີ່ການທູດບາງສ່ວນກັບຄືນປະເທດ, ຂະນະທີ່ການາດາ ກໍໄດ້ປິດສະຖານທູດປະຈຳນະຄອນຫຼວງປໍໂຕແປຣງ ເປັນການຊົ່ວຄາວ ແລະ ສົ່ງເຮືອບິນໄປຮັບພົນລະເມືອງອອກຈາກໄຮຕິແລ້ວ.