ເກີດເຫດໄຟໄໝ້ຢ່າງຮ້າຍແຮງຢູ່ເຂດທີ່ຢູ່ອາໃສຂອງປະ ຊາຊົນ, ເຊິ່ງເປັນບ່ອນຊຸມຊົນແອອັດ ໃນເຂດຊັດໄຕຂອງເມືອງທ່າຈິດຕະກອງ ເວລາ 3:30 ໂມງຂອງວັນທີ 17 ກຸມພາ ທີ່ຜ່ານມາ.

ທ່ານ ປຣານາບ ຫົວໜ້າກອງບັນຊາການຕຳຫຼວດເມືອງຈິດຕະກອງ ເປີດເຜີຍວ່າ: ໄຟໄໝ້ເຂດທີ່ຢູ່ອາໄສຂອງປະຊາຊົນທີ່ເປັນເຂດຊຸມຊົນ, ເຊິ່ງມີເຮືອນຢ່າງໜ້ອຍ 470 ຫຼັງຖືກໄຟໄໝ້ຈົນໝົດ, ຫຼັງຈາກເກີດເຫດເຈົ້າໜ້າທີ່ມອດໄຟໄດ້ເຂົ້າໄປມອດໄຟ ແລະ ຊ່ວຍເຫຼືອປະຊາຊົນອອກຈາກສະຖານທີ່ເກີດເຫດຢ່າງຮີບດ່ວນ. ແຕ່ເຫດໄຟໄໝ້ຄັ້ງນີ້ຮ້າຍແຮງທີ່ສຸດ ເນື່ອງຈາກວ່າສະຖານທີ່ເກີດເຫດເປັນຊຸມຊົນແອອັດ ແລະ ມີເຮືອນຕິດກັນຫຼາຍຮ້ອຍຫຼັງ ເຮັດໃຫ້ເຈົ້າໜ້າທີ່ນຳລົດມອດໄຟເຂົ້າໄປຍາກ, ເຊິ່ງເຈົ້າໜ້າທີ່ຕ້ອງໃຊ້ເວລານານຫຼາຍຊົ່ວໂມງຈຶ່ງສາມາດມອດໄຟໄດ້ສຳເລັດ ແລະ ເຫດໄຟໄໝ້ດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບທີ່ນຳສົ່ງໂຮງໝໍແລ້ວອີກ 50 ກວ່າຄົນ.

ບັງກລາເທດ ມັກເກີດເຫດໄຟໄໝ້ເລື້ອຍໆ ແລະ ເຮັດໃຫ້ມີຜູ້ເສຍຊີວິດປີລະຫຼາຍຮ້ອຍຄົນ, ໄຟໄໝ້ຄັ້ງຮ້າຍແຮງທີ່ສຸດໃນປີ 2013 ຢູ່ໂຮງງານຕັດຫຍິບເສື້ອ, ເຊິ່ງເປັນອາຄານຂະໜາດຄວາມສູງ 8 ຊັ້ນ ໃນນະຄອນທາກາ ເຮັດໃຫ້ມີຜູ້ເສຍຊີວິດ 1.134 ຄົນ ແລະ ໄດ້ຮັບບາດເຈັບອີກປະ ມານ 2.500 ຄົນ.