ບໍລິສັດ ກຸ່ມຄໍາໄພຊະນະ ເປີດອາຄານສໍານັກງານໃຫຍ່ ຫຼັງໃໝ່

0
2246
ມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ອ້ອມຂ້າງກະຊວງ, ແຂກຮັບເຊີນຈາກພາກລັດ ແລະ ເອກະຊົນ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ

ບໍລິສັດ ກຸ່ມຄຳໄພຊະນະ ໄດ້ຈັດພິທີເປີດອາຄານສຳນັກງານໃຫຍ່ ຫຼັງໃໝ່ ແລະ ສະຫຼອງຄົບຮອບ 20 ປີ ຢ່າງເປັນທາງການ ໃນວັນທີ 22 ກຸມພາ 2019 ທີ່ ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ຄຳໄພ ສົມຊະນະ ປະທານບໍລິຫານ ບໍລິສັດ ກຸ່ມຄຳໄພຊະນະ, ມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ  ອ້ອມຂ້າງກະຊວງ, ແຂກຮັບເຊີນຈາກພາກລັດ ແລະ ເອກະຊົນ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍສື່ມວນຊົນອ້ອມຂ້າງສູນກາງ ເຂົ້າຮ່ວມ.

ທ່ານ ຄຳໄພ ສົມຊະນະ ໃຫ້ຮູ້ວ່າ:

ເປັນປະທານໂດຍ ທ່ານ ຄຳໄພ ສົມຊະນະ ປະທານບໍລິຫານ ບໍລິສັດ ກຸ່ມຄຳໄພຊະນະ

ບໍລິສັດ ກຸ່ມຄຳໄພຊະນະ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1998 ດ້ວຍປະສົບການໃນການດຳເນີນ ທຸລະກິດຫຼາຍກວ່າ 20 ປີ, ໃນນັ້ນປະກອບມີການກໍ່ສ້າງເຄຫະສະຖານຂົວທາງ ແລະ ຊົນລະປະ ທານ (ສ້າງຕັ້ງປີ 1998), ຄອນກຣີດ ແລະ ຄົບຫີນ (ສ້າງຕັ້ງປີ 2010), ເຟີນິເຈີ ເພື່ອຕົກແຕ່ງພາຍໃນ ແລະ ພາຍນອກ (ສ້າງຕັ້ງປີ 1990), ການສື່ສານ-ໂທລະຄົມ (ສ້າງຕັ້ງປີ 2016), ສະຖາບັນການເງິນຈຸລະພາກ ບໍ່ຄຳຈະເລີນຊັບ SNP (ສ້າງຕັ້ງປີ 2010), ພັດທະນາ-ສົ່ງເສີມກະສິກຳ ແລະ ທ່ອງທ່ຽວ (ສ້້າງຕັ້ງປີ 2005) ເຊິ່ງທຸລະກິດທັງໝົດແມ່ນ ມີການເຕີບໂຕຢ່າງຕໍ່ເນື່ອງ.

ໃນປັດຈຸບັນ, ບໍລິສັດ ກຸ່ມຄຳໄພຊະນະ ກຳລັງພັດທະນາທຸລະກິດ ໃນທຸກໆດ້ານ ດ້ວຍການຂະຫຍາຍຊ່ອງທາງການຄ້າ, ການລົງທຶນ ກັບ ບໍລິສັດ ໄຮທາຣາ ຈາກ ສປ ຈີນ ແລະ ປະເທດອື່ນໆ ດ້ວຍການນຳເຕັກໂນໂລຊີນະວັດຕະກຳໃໝ່ ເພື່ອມາພັດທະນາໃນທຸກໆດ້ານ ໃນການຄວບຄຸມຄຸນນະພາບມາດຕະຖານການຜະລິດ, ສ້າງບຸກຄະລາກອນມືອາຊີບ ໃຫ້ມີຄວາມສາມາດໃນການບໍລິຫານ, ການຈັດການທີ່ທັນສະໄໝ ແລະ ມີປະສິດທິພາບກວ່າເກົ່າ.

ບໍລິສັດ ກຸ່ມຄຳໄພຊະນະ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງ ບັນດານັກທຸລະກິດລາວ

ບໍລິສັດ ກຸ່ມຄຳໄພຊະນະ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງ ບັນດານັກທຸລະກິດລາວ ທີ່ດຳເນີນທຸລະກິດດ້ວຍຄວາມຈິງໃຈ, ປະຕິບັດຕາມກົດໝາຍ ເພື່ອຮັບໃຊ້ສັງຄົມໃນທຸກດ້ານ ເຊັ່ນ:

ສົ່ງເສີມການສຶກສາ, ພັດທະນາຊົນນະບົດ, ອານຸລັກສິ່ງແວດລ້ອມ ແລະ ເດີນຕາມວິໄສທັດຍຸດທະສາດການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ສ້າງມິຕິໃໝ່ ໃຫ້ແກ່ວົງການນັກທຸລະກິດລາວ, ປະກອບສ່ວນສ້າງຄວາມເຂັ້ມແຂງ ໃຫ້ແກ່ເສດຖະກິດແຫ່ງຊາດ ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບທຸລະກິດທັງພາກພື້ນ ແລະ ສາກົນໄດ້ ໃນອະນາຄົດ;

ດ້ວຍຜົນສຳເລັດດັ່ງກ່າວນີ້ ເຮັດໃຫ້ ບໍລິສັດ ກຸ່ມຄຳໄພຊະນະ ໄດ້ຮັບລາງວັນທຸລະກິດດີເດັ່ນ 4 ປີຊ້ອນ (ປີ 2016-2019) ແລະ ລາງວັນທຸລະກິດດີເດັ່ນ ອາຊຽນ ປີ 2016 ຈາກສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ.

ບັນຍາກາດພາຍໃນພິທີເປີດ ອາຄານສຳນັກງານໃຫຍ່ ຫຼັງໃໝ່ ຂອງ ບໍລິສັດ ກຸ່ມຄໍາໄພຊະນະ

ເຊິ່ງອາຄານສຳນັກງານໃຫຍ່ ຫຼັງໃໝ່ ປະກອບມີ 11 ຊັ້ນ ໂດຍໃຊ້ມູນຄ່າການກໍ່ສ້າງຫຼາຍກວ່າ 16 ລ້ານໂດລາສະຫະລັດ ເພື່ອອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ການປະຕິບັດວຽກງານຂອງພະນັກງານແຕ່ລະຂັ້ນ, ແຕ່ລະຂະແໜງການ ໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບຮັບໃຊ້ສັງຄົມ ຢ່າງເຕັມຮູບແບບ.