ສະຫຼຸບວຽກງານປະກັນສັງຄົມ ປກສ ປະຈໍາໄຕມາດ IV

0
1249

ສະພາບໍລິຫານປະກັນສັງຄົມ ປກສ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈຳໄຕມາດ IV ປີ 2018 ໃນວັນທີ 22 ກຸມພາ 2019, ໂດຍການເປັນປະທານຂອງ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ ແລະ ສະມາຊິກສະພາບໍລິຫານປະກັນສັງຄົມ ເຂົ້າຮ່ວມ.

ສະພາບໍລິຫານປະກັນສັງຄົມ ປກສ

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ທັງເປັນ ປະທານສະພາບໍລິຫານປະກັນສັງຄົມ ປກສ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈຳໄຕມາດ IV ວ່າ:

ເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ

ສະພາບໍລິຫານປະກັນສັງຄົມ ເວລາໃດກໍເອົາໃຈໃສ່ຕໍ່ວຽກງານປະກັນສັງຄົມ ໄດ້ຊີ້ນຳ-ນຳພາສະມາຊິກສະພາບໍລິຫານປະກັນສັງຄົມ ຖືເອົາທິດທາງແຜນການຂອງ ກະຊວງ ປກສ, ແຜນການຂອງ ຄະນະພັກ-ຄະນະກົມໃຫ່ຍການເມືອງ, ມະຕິ, ຄຳສັ່ງຂອງຂັ້ນເທິງ ເປັນແຜນການ, ຫຼັກການວຽກງານວິຊາສະເພາະ, ຂໍ້ກຳນົດ, ປະຕິບັດກົດລະບຽບປະກັນສັງຄົມ, ເອົາໃຈໃສ່ ແລະ ແກ້ໄຂເງິນອຸດໜູນຕ່າງໆ ຕາມແຜນງົບປະມານຂອງ ກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ທັນເວລາ;

ມີຄະນະພັກ-ຄະນະບັນຊາ ແລະ ສະມາຊິກສະພາບໍລິຫານປະກັນສັງຄົມ ເຂົ້າຮ່ວມ

ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານປະກັນສັງຄົມ ປກສ 3 ເດືອນຜ່ານມາ ໄດ້ຄິດໄລ່-ກວດກາງົບປະມານ ແລະ ຈ່າຍເງິນອຸດຕ່າງໆຂອງບັນດາກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ໄດ້ 101 ຄັ້ງ, ຕິດຕາມກວດກາເງິນ 8% ຕາມແຜນ ກົມການເງິນ ກົມໃຫ່ຍພະລາທິການ ປກສ, ຖອກເງິນເຂົ້າຄັງ ກອງທຶນປະກັນສັງຄົມ ປກສ ຢ່າງເປັນປົກກະຕິ, ຮັບປະກັນໄດ້ຕໍ່ການຄຸ້ມຄອງເງິນກອງທຶນ ຕາມລະບຽບຫຼັກການ, ລົງຕິດຕາມປະເມີນຜົນການປິ່ນປົວແບບທົດລອງ ກັບ ຫ້ອງການປະກັນສຸຂະພາບແຫ່ງຊາດ ຢູ່ 2 ແຂວງ ຄື: ແຂວງວຽງຈັນ ແລະ ແຂວງເຊກອງ. 

ສະພາບໍລິຫານປະກັນສັງຄົມ ໄດ້ຊີ້ນຳ-ນຳພາສະມາຊິກສະພາບໍລິຫານປະກັນສັງຄົມ ຖືເອົາທິດທາງແຜນການຂອງ ກະຊວງ ປກສ, ແຜນການຂອງ ຄະນະພັກ-ຄະນະກົມໃຫ່ຍການເມືອງ, ມະຕິ, ຄຳສັ່ງຂອງຂັ້ນເທິງ ເປັນແຜນການ

ທິດທາງແຜນການໃນຕໍ່ໜ້າ, ສະພາບໍລິຫານປະກັນສັງຄົມ ຈະສຶບຕໍ່ຊີ້ນໍາ-ນໍາພາສະມາຊິກປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ມີຜົນສຳເລັດ ກໍຄື ການແກ້ໄຂເງິນອຸດໜູນຕ່າງໆ ຕາມແຜນງົບປະມານຂອງກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດ, ພ້ອມທັງຮັບປະກັນໄດ້ຕໍ່ການຄຸ້ມຄອງເງິນກອງທຶນ ຕາມລະບຽບຫຼັກການ.