ເມືອງໄຊທານີ ປິດຕະຫຼາດວາງສະແດງສິນຄ້າ ຄັ້ງທີ 5

0
1359
ເຂົ້າຮ່ວມໂດຍ ທ່ານ ວັນເພັງ ອິນທະວົງ ຮອງເຈົ້າເມືອງໆໄຊທານີ ມີຫົວໜ້າຫ້ອງການ, ພະແນກ, ຫົວໜ່ວຍທຸລະກິດ, ຄູ-ອາຈານ ແລະ ນັກຮຽນອ້ອມຂ້າງເມືອງ ເຂົ້າຮ່ວມ

ວັນທີ 11 ມີນາ 2019, ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳ, ແລະ ຜະລິດຕະພັນ ປະຈໍາປີ 2019 ຄັ້ງທີ 5 ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ວັນເພັງ ອິນທະວົງ ຮອງເຈົ້າເມືອງໆໄຊທານີ ມີຫົວໜ້າຫ້ອງການ, ພະແນກ, ຫົວໜ່ວຍທຸລະກິດ, ຄູ-ອາຈານ ແລະ ນັກຮຽນອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ຄຳປ່ຽນ ອິນທະລືຊາ ຮອງເຈົ້າເມືອງໆໄຊທານີ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດງານຄັ້ງນີ້ ໃຫ້ຮູ້ວ່າ:

ງານຕະຫຼາດນັດ ປະຈຳປີ 2019 ຂອງ ເມືອງໄຊທານີ ແມ່ນໄດ້ດໍາເນີນມາແຕ່ວັນທີ 5 ມີນາ 2019 ແລະ ສິ້ນສຸດລົງໃນວັນທີ 11 ມີນາ 2019, ເຊິ່ງມີຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງສິນຄ້າທັງໝົດ 106 ຫົວໜ່ວຍ;

ໃນນັ້ນ, ມີສິນຄ້າໂອດ໊ອບ 7 ຫົວ ໜ່ວຍ, ຂອງເມືອງ 4 ຫົວໜ່ວຍ, ຕ່າງແຂວງ 3 ຫົວໜ່ວຍ, ສິນຄ້າຄອບຄົວຕົວ ແບບ 55 ຫົວໜ່ວຍ, ສິນຄ້າທົ່ວໄປ 71 ຫົວໜ່ວຍ, ເຊິ່ງມີປະເພດສິນຄ້າບໍລິໂພກ 9 ຫົວໜ່ວຍ, ສິນຄ້າປະເພດອຸປະໂພກ 15 ຫົວໜ່ວຍ, ບໍລິສັດ ແລະ ຕົວແທນຈໍາໜ່າຍສິນຄ້າຜະລິດຕະພັນຕ່າງໆ 4 ຫົວໜ່ວຍ;

ເຊິ່ງຜະລິດຕະພັນທີ່ນໍາເຂົ້າມາຈຳໜ່າຍພາຍໃນງານ ມີມູນຄ່າເຖິງ 1.208.000.000 ກີບ, ຜ່ານການແລກປ່ຽນຊື້-ຂາຍມີຍອດມູນຄ່າຈໍາໜ່າຍ ປະມານ 483.200.000 ກີບ, ມີມວນຊົນເຂົ້າມາທ່ຽວຊົມ ແລະ ຈັບຈ່າຍປະມານ 66.000 ຄົນ ຖ້າທຽບໃສ່ປີຜ່ານໆມາ ແມ່ນເພີ່ມຂຶ້ນ 12,3%.

ມອບລາງວັນໃຫ້ແກ່ນ້ອງນັກຮຽນ ທີ່ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນກິລາກະຕໍ້, ຟ້ອນ, ຮ້ອງເພງ ແລະ ຂັບລໍາ

ໃນຕອນທ້າຍພິທີ ກໍໄດ້ມອບລາງວັນໃຫ້ແກ່ນ້ອງນັກຮຽນ ທີ່ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນກິລາກະຕໍ້, ຟ້ອນ, ຮ້ອງເພງ ແລະ ຂັບລໍາ ເຊິ່ງຜູ້ທີ່ໄດ້ຮັບລາງວັນຮອງຊະນະເລີດ ຈະໄດ້ຮັບໃບຊົມເຊີຍ ແລະ ທຶນການສຶກສາ, ໃຫ້ກຽດຂຶ້ນມອບລາງວັນໂດຍ ທ່ານ ຄຳປ່ຽນ ອິນທະລືຊາ ຮອງເຈົ້າເມືອງໆໄຊທານີ ແລະ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ຈະໄດ້ຮັບຂັນລາງວັນ, ທຶນການສຶກສາ ແລະ ໃບຍ້ອງຍໍ ໃຫ້ກຽດຂຶ້ນມອບໂດຍ ທ່ານ ດາວອນ ສິມມະລາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ເມືອງໄຊທານີ.