ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສົມທົບກັບອໍານາດການປົກຄອງບັນດາເມືອງ, ກໍາລັງ ປ້ອງກັນຊາດ ແລະ ປກສ ກຸ່ມບ້ານ ໄດ້ປະຕິບັດໜ້າທີ່ທໍາລາຍໄຮ່ຝິ່ນທີ່ປະຊາຊົນພາຍໃນແຂວງລັກລອບປູກ ຈໍານວນ 166 ຈຸດ, ມີເນື້້ອທີ່ທັງໝົດ 68,79 ເຮັກຕາ ດ້ວຍການຖາງ ແລະ ຫຼົກຕົ້ນຝິ່ນ ເພື່ອບໍ່ໃຫ້ຂະຫຍາຍຕົວກ່ອນເກັບກ່ຽວຜົນຜະລິດ.

ພັທ ອະລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງຂອງເຈົ້າແຂວງໆຫຼວງນ້ຳທາ ສະບັບເລກທີ 01/ຈຂ ວ່າດ້ວຍການກວດກາ, ຄວບຄຸມ ແລະ ສະກັດກັ້ນການລັກລອບປູກຝິ່ນ, ສູບຝິ່ນຄືນໃໝ່ ແລະ ການລັກລອບຊື້-ຂາຍຢາເສບຕິດປະເພດຕ່າງໆແຂວງຫຼວງນ້ຳທາ. ສະນັ້ນ, ຈຶ່ງໄດ້ອອກແຈ້ງການແນະນຳໃຫ້ບັນດາກອງບັນຊາການ ປກສ ເມືອງ 5 ເມືອງ ຄື: ເມືອງນາແລ, ເມືອງວຽງພູຄາ, ເມືອງສິງ, ເມືອງ ຫຼວງນ້ຳທາ ແລະ ເມືອງລອງ ເພື່ອຈັດຕັ້ງປະຕິບັດໃນການສໍາຫຼວດກວດກາ ເພື່ອຫາທາງເຂົ້າໄປທໍາໄຮ່ຝິ່ນ.

ຕາມການສໍາຫຼວດດ້ວຍພາບຖ່າຍຈາກດາວທຽມພົບເຫັນໄຮ່ຝິ່ນພາຍໃນແຂວງ ຈໍານວນ 297 ຈຸດ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຕົວຈິງ ຜ່ານການກວດກາສາມາດສັງລວມໄດ້ທັງໝົດ 14 ກຸ່ມບ້ານ, 31 ບ້ານ, 216 ຄອບຄົວ; ແຕ່ພົບໄຮ່ຝິ່ນຕົວຈິງ 116 ຈຸດ, ມີ ເນື້ອທີທັງໝົດ 68,79 ເຮັກຕາ. ຈາກນັ້ນ, ຈຶ່ງໄດ້ການລົງປະຕິບັດໜ້າທີ່ທໍາລາຍໄຮ່ຝິ່ນແຕ່ວັນທີ 18 ມັງກອນ-26 ກຸມພາ 2019 ຈຶ່ງສໍາເລັດ. ໃນນັ້ນ ໄຮ່ຝິ່ນບາງຕອນແມ່ນກໍາລັງໃຫຍ່ 30-40 ຊັງຕີແມັດ, ບາງຈຸດໃກ້ຈະເປັນໝາກຝິ່ນ, ສ່ວນຫຼາຍແມ່ນຕົ້ນຝິ່ນແມ່ນໄດ້ຮັບຜົນຜະລິດ.

ໃນຈໍານວນ 5 ເມືອງ ທີ່ທໍາລາຍໃນຄັ້ງນີ້ມີ: ເມືອງນາແລ ມີ 1 ກຸ່ມບ້ານ, 1 ບ້ານ, ມີໄຮ່ຝິ່ນ ຈຳນວນ 2 ຈຸດ, ເນື້ອທີ່ທັງໝົດ 1,5 ເຮັກຕາ, ເມືອງວຽງພູຄາ ມີ ທັງໝົດ 3 ກຸ່ມບ້ານ, 6 ບ້ານ, 17 ຄອບຄົວ, ມີໄຮ່ຝິ່ນ ຈຳນວນ 52 ຈຸດ ເນື້ອທີ່ທັງໝົດ 26,21 ເຮັກ ຕາ. ເມືອງສິງ ມີທັງໝົດ 3 ກຸ່ມບ້ານ, 5 ບ້ານ, 27 ຄອບຄົວ, ມີໄຮ່ຝິ່ນ ຈຳນວນ 27 ຈຸດ, ມີເນື້ອທີ່ທັງໝົດ 0,52 ເຮັກຕາ. ເມືອງຫຼວງນ້ຳທາ ມີທັງໝົດ 4 ກຸ່ມບ້ານ, 6 ບ້ານ, 22 ຄອບຄົວ, ມີໄຮ່ຝິ່ນ ຈຳນວນ 24 ຈຸດ, ມີເນື້ອ ທີທັງໝົດ 1,01 ເຮັກຕາ ແລະ ເມືອງລອງ ມີ 3 ກຸ່ມບ້ານ, 13 ບ້ານ, 152 ຄອບຄົວ, ມີໄຮ່ຝິ່ນ ຈຳນວນ 26 ຈຸດ; ເນື້ອທີ່ທັງໝົດ 39,55 ເຮັກຕາ.

ພັທ ອະລຸນຍະເດດ ບົວສີສະຫວັດ ໃຫ້ຮູ້ຕື່ມອີກວ່າ: ຫຼັງຈາກສຳເລັດການທຳລາຍໄຮ່ຝິ່ນ ແລ້ວ ຄະນະຮັບຜິດຊອບໄດ້ສຶກສາອົບຮົມເຈົ້າຂອງໄຮ່ຝິ່ນ ໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບກົດລະບຽບກົດໝາຍຕ່າງໆ ພ້ອມທັງສ້າງບົດບັນທຶກໄວ້ ເພື່ອ ເປັນບ່ອນອີງ ແລະ ເເນະນຳໃຫ້ ອົງການຈັດຕັ້ງບ້ານ ຕິດຕາມເປົ້າໝາຍການເຄື່ອນໄຫວຂອງສະມາຊິກປະຊາຊົນພາຍໃນບ້ານຂອງຕົນບໍ່ໃຫ້ມີການລັກລອບປູກຝິ່ນອີກໃນຕໍ່ໜ້າ.