ກອງປະຊຸມສາມັນ ຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X ໄດ້ຈັດຂຶ້ນລະຫວ່າງວັນທີ 12-13 ມີນາ 2019 ພາຍໃຕ້ການເປັນປະທານໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີ ພະເຖລານຸເຖລະ, ກຳມະການສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດແຕ່ລະຂັ້ນ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວຂອງ ຄະນະກຳມະການ ສູນກາງແນວລາວສ້າງຊາດ ປີ 2018 ແລະ ທິດທາງແຜນການ ປີ 2019 ໂດຍຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນ ໃນແຕ່ລະຂົງເຂດວຽກງານ ໂດຍສະເພາະແມ່ນວຽກງານການປະສານສົມທົບກັບພາຄີ ແລະ ພາກສ່ວນຕ່າງໆ, ຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດ ທະນາຕາມທິດ 3 ສ້າງ ບົນຈິດໃຈບຸກທະລຸທັງ 4 ດ້ານ ສະແດງອອກ ຄື:

ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊຸກຍູ້-ຊີ້ນຳຕໍ່ວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບ ການສ້າງບ້ານພັດທະນາ ແລະ ວຽກງານ 3 ສ້າງ ໂດຍຮູບການຝຶກອົບຮົມວຽກງານດັ່ງກ່າວ;

ມາຮອດປັດຈຸບັນ, ໃນທົ່ວປະເທດ ສາມາດຮັບຮອງເປັນ ຄອບຄົວສາມັກຄີ ຈຳນວນ 690.433 ຄອບຄົວ, ຮັບຮອງເອົາ ບ້ານສາມັກຄີປອງດອງ ຈໍານວນ 4.394 ບ້ານ ເທົ່າກັບ 50,79% ແລະ ຮັບຮອງເອົາ ເມືອງສາມັກຄີປອງດອງ ໄດ້ 1 ເມືອງ ຄື: ເມືອງເງິນ ແຂວງໄຊຍະບູລີ.

ສຳລັບທິດທາງໃນປີນີ້, ຄະນະກຳມະການ ສູນກາງແນວລາວສ້າງຊາດ ຈະຊຸກຍູ້ໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ເພີ່ມທະວີການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງຊົນເຜົ່າ, ຫັນລົງຮາກຖານ, ກຳແໜ້ນແນວຄິດຈິດໃຈ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ພ້ອມທັງເພີ່ມທະວີການປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບ ການສ້າງບ້ານພັດທະນາ ແລະ ວຽກງານ 3 ສ້າງ ໃຫ້ມີຜົນສຳເລັດຂຶ້ນກວ່າເກົ່າ.