ວັນທີ 12 ມີນາ ນີ້, ນັກວິໄຈເຢຍລະມັນ ແລະ ໄຊປຣັດ ເປີດເຜີຍໃນບົດລາຍງານວ່າ ມັນລະພິດໃນອາກາດ ເຮັດໃຫ້ປະຊາຊົນເສຍຊີວິດໃນແຕ່ລະປີຫຼາຍກວ່າຈຳນວນຂອງຜູ້ເສຍຊີວິດຈາກການສູບຢາ.

ນັກວິໄຈ ໃຫ້ຮູ້ວ່າ ມັນລະພິດທາງອາກາດເຮັດໃຫ້ມີຜູ້ເສຍຊີວິດ 8.8 ລ້ານຄົນໃນປີ 2015, ເຊິ່ງເປັນຕົວເລກເກືອບສອງເທົ່າຂອງຕົວເລກທີ່ມີການຄາດຄະເນໄວ້ກ່ອນໜ້ານີ້ຢູ່ທີ່ 4.5 ລ້ານຄົນ. ຂະນະທີ່ອົງການອະນາໄມໂລກ (WHO) ຄາດຄະເນໄວ້ວ່າ ທົ່ວໂລກຈະມີຜູ້ເສຍຊີວິດຈາກການສູບຢາປະມານປີລະ 7 ລ້ານຄົນ. ຄະນະນັກວິໄຈ ພົບວ່າ ມົນລະພິດທາງອາກາດເຮັດໃຫ້ມີຜູ້ເສຍຊີວິດປະມານ 790.000 ຄົນໃນເອີຣົບ. ໃນຈຳນວນນີ້, 40%-80% ເສຍຊີວິດຈາກພະຍາດທີ່ກ່ຽວກັບຫຼອດເລືອດ ແລະ ຫົວໃຈ ເຊັ່ນ: ຫົວໃຈວາຍ ແລະ ເສັ້ນເລືອດໃນວະໝອງແຕກ ຫຼື ຕີບ.

ນັກວິໄຈຈາກໄຊປຣັດ ກ່າວວ່າ ຝຸ່ນລະອອງຂະໜາດນ້ອຍ ແລະ ມົນລະພິດທາງອາກາດອື່ນໆໃນເອີຣົບເກີດຈາກການເຜົາໄໝ້ຂອງນ້ຳມັນ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງປ່ຽນໄປໃຊ້ແຫຼ່ງອື່ນໆໃນການຜະລິດພະລັງງານໂດຍຮີບດ່ວນ ແລະ ເມື່ອມີການໃຊ້ພະລັງງານທີ່ສະອາດ ຫຼື ພະລັງງານທົດແທນແລ້ວ ຍັງເປັນການປະຕິບັດຕາມຂໍ້ຕົກລົງປາຣີ ທີ່ມີເປົ້າໝາຍໃນການຫຼຸດຜົນກະທົບຈາກພາວະໂລກຮ້ອນແລ້ວ ຍັງມີສາມາດຊ່ວຍຫຼຸດອັດຕາການເສຍຊີວິດທີ່ກ່ຽວຂ້ອງກັບມົນລະພິດໃນອາກາດໃນເອີຣົບໄດ້ເຖິງ 55%.

ການສຶກສາດັ່ງກ່າວ ມີເປົ້າໝາຍມຸ່ງໃສ່ເລື່ອງໂອໂຊນ ແລະ ຝຸ່ນລະອອງທີ່ມີຂະໜາດນ້ອຍທີ່ຮູ້ຈັກກັນວ່າ PM 2,5; ເຊິ່ງມີຜົນກະທົບຕໍ່ສຸຂະພາບ. ນັກວິໄຈກ່າວວ່າ ຂໍ້ມູນໃໝ່ທີ່ໄດ້ນັ້ນສະແດງໃຫ້ເຫັນເຖິງອັນຕະລາຍຂອງຝຸ່ນພິດ PM 2,5 ວ່າມີອັນຕະລາຍຮ້າຍແຮງຫຼາຍກວ່າທີ່ເຄີຍຄາດຄະເນໄວ້.