ພົຕ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ພັດທະນາກໍ່ສ້າງກຳລັງ ດ້ວຍການຖືເອົາ 3 ດ້ານ

ໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ທິດທາງ 2019 ຂອງ ວິທະຍາຄານສັນຕິບານປະຊາຊົນ (ວສປ), ພົຕ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ພັດທະນາກໍ່ສ້າງກຳລັງ ດ້ວຍການຖືເອົາ 3 ດ້ານ ຄື: ດ້ານການເມືອງ-ແນວຄິດ ເປັນກົກ, ດ້ານຄວາມຮູ້ວິຊາສະເພາະ ເປັນພື້ນຖານ ແລະ ແບບແຜນຄຸນສົມບັດສິນທໍາປະຕິວັດ ເປັນສໍາຄັນ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີຄຸນນະພາບສູງຂຶ້ນ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2019 ເປັນປະທານໂດຍ ພົຈວ ວັນເຮືອງ ນັນທະຈັກ ອຳນວຍການ ວສປ, ມີບັນດາຄະນະພັກ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນວ່າ:

ໃນຕໍ່ໜ້າໃນ, ການສ້າງ ແລະ ປັບປຸງກໍາລັງນັ້ນ ຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ ຕ້ອງຖືເອົາ 3 ດ້ານ ໃນການກໍ່ສ້າງກຳລັງ ປກສ ຄື:

ຖືເອົາການສຶກສາອົບຮົມດ້ານການເມືອງ-ແນວຄິດ ເປັນວຽກງານຕົ້ນຕໍ ກໍຄື ຄວນເນັ້ນຄວາມເຊື່ອໝັ້ນ-ຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ແນວທາງອຸດົມການຂອງພັກ, ຕໍ່ຜູ້ນໍາ ແລະ ຕໍ່ລະບອບປະຊາຊທິປະໄຕ ຖ້າກໍາລັງບໍມີແນວຄິດຈົງຮັກພັກດີແລ້ວ ຈະບໍ່ຖືວ່າເປັນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ດ້ານວິຊາສະເພາະ ຕ້ອງປັບປຸງ ແລະ ກໍ່ສ້າງໂຄງການຫຼັກສູດ ຕາມທິດສະດີປະຕິຮູບລະບົບການສຶກສາແຫ່ງຊາດ ຕາມ 3 ລັກສະນະ, 5 ຫຼັກມູນ, 10 ມາດຕະຖານ ແລະ 50 ຕົວຊີ້ວັດ ໃຫ້ທັນສະໄໝເທື່ອລະກ້າວ. ຢາກເຮັດໄດ້ ຄະນະພັກ-ຄະນະບັນຊາ ຕ້ອງສ້າງເງື່ອນໄຂໃຫ້ ຄູ-ອາຈານ ໄດ້ຍົກລະດັບຄວາມຮູ້ຂຶ້ນໄປເລື້້ອຍໆ ບໍ່ວ່າໄປຍົກລະດັບຄວາມຮູ້ຢູ່ພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ທິດທາງ 2019 ຂອງ ວິທະຍາຄານສັນຕິບານປະຊາຊົນ (ວສປ)

ສ່ວນ ແບບແຜນຄຸນສົມບັດສິນທໍາປະຕິວັດ ຖືເປັນສໍາຄັນ ຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາ ແບບແຜນວິທີເຮັດວຽກ ກໍຄື ແບບແຜນການດຳລົງຊີວິດຂອງພະນັກງານ-ນັກຮົບ, ຄູ-ອາຈານ, ສ້າງເງື່ອນໄຂໃຫ້ພະນັກງານ, ຄູ-ອາຈານ ໄດ້ສ້າງເສດຖະກິດຄອບຄົວ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ໃຫ້ພະນັກງານ, ຄູ-ອາຈານ ໃນວິທະຍາຄານສັນຕິບານປະຊາຊົນ ດີຂຶ້ນ.

ສຳລັບນັກສຶກສາທຸກຮຸ່ນ, ທຸກລະບົບ ຕ້ອງອອກແຮງຝຶກຝົນຫຼ່ໍຫຼອມຕົນເອງທຸກດ້ານ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ, ປະຕິບັດ 7 ລະບອບ 18 ວຽກ, ສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດ-ປ່ຽນແທນ ທີ່ມີຫຼັກໝັ້ນຊົນຊັ້ນ, ມີຄຸນທາດການເມືອງໜັກແໜ້ນ, ມີລະດັັບວິຊາສະເພາະທີ່ສົມຄູ່ກັບຄວາມສາມາດ ໃຫ້ສົມກັບເປັນ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ໃນກອງປະຊຸມ ຍັງໄດ້ໃຫ້ຮູ້ວ່າ:

1 ປີຜ່ານມາ, ວສປ ສ້າງຜົນງານໄດ້ຫຼາຍດ້ານ ແລະ ມີຜົນສຳເລັດຕາມຄາດໝາຍ ເປັນຕົ້ນແມ່ນ ເເຜນຮັບເອົາພະນັກງານຜູ້ທີ່ມີເງື່ອນໄຂຄົບມາດຖານ ມາຄົ້ນຄວ້າຮໍ່າຮຽນລະບົບປະລິນຍາຕີ, ສົ່ງ ພະນັກງານ-ຄູອາຈານ ໄປຮຽນທິດສະດີການເມືອງ ແລະ ວິຊາສະເພາະ; ຮັບນັກສຶກສາລະບົບປະລິນຍາຕີ 2 ຮຸ່ນ ຈໍານວນ 330 ຄົນ ຍິງ 35 ຄົນ ແລະ ນັກສຶກສາທີ່ຈົບການສຶກສາ ລະບົບປະລິນຍາໂທ ຮຸ່ນທີ 8, ປະລິນຍາຕີກໍ່ສ້າງ ຮຸ່ນທີ 19/4 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 14/2 ຈໍານວນ 478 ຄົນ ຍິງ 54 ຄົນ, ສົ່ງບຸກຄະລາກອນໄປຄົ້ນຄວ້າປະລິນຍາເອກ ຢູ່ ສສ ຫວຽດນາມ 5 ສະຫາຍ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ໄດ້ຮັບຜົນສຳເລັດຕາມຄາດໝາຍ.