ກອງບັນຊາການຕຳຫຼວດເມືອງເຊົາເປົາລູທາງພາກຕາເວັນອອກສຽງເໜືອຂອງເບຣຊິນ ລາຍງານການເກີດເຫດຍິງກັນຢູ່ໃນໂຮງຮຽນ ຣາອູນ ບຣາຊິນ ໃນເມືອງຊູຊາໂນໃກ້ກັບເມືອງເຊົາເປົາລູ ໃນຕອນເຊົ້າຂອງວັນທີ 13 ມີນາ, ໂດຍໂຮງຮຽນແຫ່ງນີ້ຖືເປັນໜຶ່ງໃນສະຖານສຶກສາຂະໜາດໃຫຍ່ໃນເຂດພື້ນທີ່ດັ່ງກ່າວ ເນື່ອງຈາກເປີດສອນຕັ້ງແຕ່ລະດັບປະຖົມຮອດມັດທະຍົມຕອນປາຍ ມີນັກຮຽນຫຼາຍກວ່າ 1.000 ຄົນ.

ໃນທີ່ເກີດເຫດ, ເຈົ້າໜ້າທີ່ຕຳຫຼວດພົບຜູ້ເສຍຊີວິດ 7 ຄົນ. ໃນນີ້, ມີນັກຮຽນ 5 ຄົນ ອາຍຸ 15-16 ປີ, ຄູ 1 ຄົນ ແລະ ເຈົ້າໜ້າທີ່ອີກ 1 ຄົນ. ຂະນະທີ່ບໍລິເວນໃກ້ກັນເຊິ່ງເປັນຮ້ານຂາຍເຄື່ອງ ເຈົ້າໜ້າທີ່ພົບຜູ້ເສຍຊີວິດອີກ 1 ຄົນ, ພະຍານຢູ່ໃນທີ່ເກີດເຫດໃຫ້ຮູ້ວ່າ ຜູ້ເຄາະຮ້າຍທີ່ເສຍຊີວິດນັ້ນເປັນເຈົ້າຂອງຮ້ານ ຖືກຄົນຮ້າຍຍິງເພື່ອຈີ້ຊິງເອົາລົດ, ສ່ວນຜູ້ກໍ່ເຫດເປັນອະດີດນັກຮຽນຂອງໂຮງຮຽນແຫ່ງດັ່ງກ່າວ ແລະ ໃຊ້ປືນສັ້ນ 38 ຄາລິເບີ ແລະ ມີດເປັນອາວຸດໃນການກໍ່ເຫດ ພ້ອມທັງສວມໜ້າກາກປົກປິດໃບໜ້າຂະນະລົງມືກໍ່ເຫດ ໂດຍພະນັກງານສອບສວນ ເປີດເຜີຍໃນເບື້ອງຕົ້ນວ່າ ຜູ້ກໍ່ເຫດ ຄື: ທ້າວ ເອັນຣິເກ້ ເດກັດໂຕຣ ອາຍຸ 25 ປີ ແລະ ທ້າວ ກີແອເມ ເຕົາຊີ ອາຍຸ 17 ປີ, ເຊິ່ງທັງສອງໄດ້ຍິງຕົວຕາຍໃນທີ່ເກີດເຫດ.

ແນວໃດກໍຕາມ, ເຈົ້າໜ້າທີ່ຕຳຫຼວດຍັງປະຕິເສດຕອບຄຳຖາມກ່ຽວກັບແຮງຈູງໃຈໃນການກໍ່ເຫດຂອງຄົນຮ້າຍທັງສອງ, ເຊິ່ງຈົບການສຶກສາຈາກໂຮງຮຽນແຫ່ງນີ້ຕາມລະບົບ ຫຼືວ່າ ພວກກ່ຽວຖືກໄລ່ອອກຈາກໂຮງຮຽນໄປກ່ອນ ຫຼື ບໍ່. ແຕ່ເຈົ້າໜ້າທີ່ໃຫ້ຂໍ້ມູນເພີ່ມອີກວ່າ ເຈົ້າໜ້າທີ່ກຳລັງເລັ່ງນຳຕົວຜູ້ທີ່ໄດ້ຮັບບາດເຈັບອີກປະມານ 20 ຄົນສົ່ງໂຮງໝໍ.

ສຳລັບເຫດຍິງກັນໃນສະຖາບັນການສຶກສາຄັ້ງນີ້ເປັນຄັ້ງທຳອິດໃນຮອບ 8 ປີຂອງເບຣຊິນ ຫຼັງຈາກອະດີດນັກຮຽນຂອງໂຮງຮຽນແຫ່ງໜຶ່ງໃນເມືອງຣິໂອເດຈາເນທີ່ຢູ່ໃກ້ກັນ ບຸກຍິງນັກຮຽນໃນໂຮງຮຽນເກົ່າໃນເດືອນເມສາ 2011 ມີຜູ້ເສຍຊີວິດ 12 ຄົນ, ສ່ວນຄົນຮ້າຍຍິງຕົວຕາມລະຫວ່າງເອົາຕົວຫຼົບຫຼີການໄລ່ລ່າຂອງເຈົ້ານ້າທີ່ຕຳຫຼວດ.