ພັທ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ນໍາພາພະນັກງານ-ນັກຮົບອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເຂົ້າຢ້ຽມຊົມ ຫໍພິພິທະພັນປ້ອງກັນຄວາມສະຫງົບ

ໃນວັນທີ 13 ມີນາ 2019, ພັທ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ນໍາພາພະນັກງານ-ນັກຮົບອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເຂົ້າຢ້ຽມຊົມ ຫໍພິພິທະພັນປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ທີ່ຈະມາເຖິງໃນວັນທີ 5 ເມສາ 2019 ນີ້.

ທ່ານຮອງຫົວໜ້າຫ້ອງການເມືອງ ໄດ້ໃຫ້ຮູ້ວ່າ:

ການເຂົ້າຢ້ຽມຊົມ ຫໍພິພິທະພັນ ໃນຄັ້ງນີ້ ກໍເພື່ອເປັນການທົບທວນຫວນຄືນປະຫວັດສາດ ທີ່ບັນພະບູລຸດຍາດມາໄດ້ ເວົ້າລວມ, ເວົ້າສະເພາະ ກໍແມ່ນກໍາລັງປ້ອງກັນຄວາມສະຫງົບ ທີ່ສາມາດປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມສະຫຼາດສ່ອງໃສ ສາມາດຍາດໄດ້ຫຼາຍຜົນງານ ເຮັດໃຫ້ປະເທດຊາດມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ.

ນອກນັ້ນ, ຍັງເປັນການເຮັດໃຫ້ບັນດາພະນັກງານ-ນັກຮົບທຸກສະຫາຍ ຮູ້ໄດ້ເຖິງຄວາມອາດສາມາດຂອງ ກໍາລັງປ້ອງກັນຄວາມສະຫງົບ ໃນການຕໍ່ສູ້ຕ້ານສັດຕູ, ພວກກໍ່ການຮ້າຍຂ້າມຊາດ-ຂ້າມຊາຍແດນ ແລະ ການຄ້າ-ຂາຍສິ່ງຜິດກົດໝາຍອື່ນໆ ທີ່ເຮັດໃຫ້ສັງຄົມເກີດຄວາມບໍ່ສະຫງົບ; ເຊິ່ງໃນນີ້, ບັນດາຜູ້ເຂົ້າຊົມ ຈະໄດ້ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາການເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງປ້ອງກັນຄວາມສະຫງົບ ໃນແຕ່ລະຍຸກສະໄໝ, ໂດຍຜ່ານແປວໄຟຂອງ ການປະຕິວັດຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາພັດທະນາປະເທດ ໃຫ້ມີຄວາມສະຫງົບສຸກຈົນມາເຖິງທຸກວັນນີ້.

ພ້ອມດຽວກັນນີ້, ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຄວາມຮູ້ບຸນຄຸຸນຂອງເຫຼົ່າຮົບປະຕິວັດ ທີ່ໄດ້ເສຍສະລະເລືອດເນື້ອເພື່ອປະເທດຊາດ ກໍຄື ປະຊາຊົນບັນດາເຜົ່າ ແລະ ທັງເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ-ນັກຮົບ ໃຫ້ຮູ້ຈັກສາມັກຄີປອງດອງ, ມີນໍ້າໃຈເສຍສະລະ ແລະ ຮັກບ້ານເກີດເມືອງນອນຂອງຕົນ.