ນາຍຕຳຫຼວດຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນ ມີຈຳນວນ 20 ສະຫາຍ ຍິງ 1 ສະຫາຍ
ນາຍຕຳຫຼວດຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນ ມີຈຳນວນ 20 ສະຫາຍ ຍິງ 1 ສະຫາຍ

ວັນທີ 13 ມີນາ 2019, ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງ ຈຳນວນ 20 ສະຫາຍ ຍິງ 1 ສະຫາຍ, ເຊິ່ງການເລື່ອນຊັ້ນຂຶ້ນພັນເອກຊຸດນີ້ ຖືວ່າເປັນຄັ້ງທຳອິດຂອງ ກະຊວງ ປກສ ທີ່ມີຈຳນວນພົນຫຼາຍທີ່ສຸດ; ໃຫ້ກຽດປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ, ມີ ບັນດາຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງ ກະຊວງ ປກສ ພ້ອມດ້ວຍບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ

ໃນພິທີ, ພົຈວ ອາລູ ວາລີຊື ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຂຶ້ນຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການເລື່ອນຊັ້ນນາຍຕຳຫຼວດ ສະບັບເລກທີ 73/ນຍ ເຖິງເລກທີ 92/ນຍ (ຕາມລຳດັບ); ໂດຍໄດ້ຕົກລົງເລື່ອນຊັ້ນພັນໂທ ຂຶ້ນ ຊັ້ນພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງຂອງ ກະຊວງ ປກສ ຈຳນວນ 20 ສະຫາຍ ຍິງ 1 ສະຫາຍ, ເຊິ່ງໃນນີ້ມີ:

ພິທີປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງ
  • ພັອ ນາງ ບົວພາ ທິບພະວົງ ຫົວໜ້າກົມພັກ ກົມໃຫຍ່ການເມືອງ ປກສ,
  • ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ,
  • ພັອ ເພັງຄຳ ວົງສົມບັດ ຫົວໜ້າກົມ 200 ກົມໃຫຍ່ສັນຕິບານ,
  • ພັອ ສົມປອງ ພະຈູມພົນ ຫົວໜ້າກົມ 209 ກົມໃຫຍ່ສັນຕິບານ,
  • ພັອ ຄຳອ້ວນ ວິໄລພັນ ຫົວໜ້າຕຳຫຼວດຝຶກແອບ ແລະ ນຳໃຊ້ໝາວິຊາສະເພາະ ກົມໃຫຍ່ຕຳຫຼວດ,
  • ພັອ ສີທອນ ພິມສີວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ,
  • ພັອ ປະເສີດ ແກ້ວສຸວັນ ຫົວໜ້າກົມຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການ,
  • ພັອ ສິງມະນີ ແສງຄຳຢອງ ຫົວໜ້າກົມບໍລິຫານ ຫ້ອງວ່າການ ກະຊວງ ປກສ,
  • ພັອ ສົມດີ ແກ້ວວົງເພັດ ຫົວໜ້າກົມກົດລັບ ຫ້ອງວ່າການ ກະຊວງ ປກສ,
  • ພັອ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ,
  • ພັອ ໄມສອນ ຈິດວິລະພົນ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ,
  • ພັອ ກໍລະກັນ ຄໍ້າພູປະຖົມ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ,
  • ພັອ ແສງປະເສີດ ສຸທຳມະວົງ ຮອງຫົວໜ້າກົມສື່ສານ,
  • ພັອ ປອ ບຸນຊະນະ ສິມມາລາວົງ ຮອງອຳນວຍການວິທະຍາຄານສັນຕິບານປະຊາຊົນ,
  • ພັອ ຄຳເຜີຍ ຄຳດີ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ,
  • ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ,
  • ພັອ ວັນຄຳ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ,
  • ພັອ ພົມມາ ເດດຂຸນຟອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ,
  • ພັອ ຖາວອນ ບຸນກອງພິມ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ,
  • ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ:

ການເລື່ອນຊັ້ນພັນເອກ ໃນກຳລັງ ປກສ ທີ່ມີຈຳນວນຫຼາຍຄັ້ງນີ້ ຈະບໍ່ແມ່ນຄັ້ງສຸດທ້າຍ, ຄາດວ່າຈະມີການເລື່ອນອີກໃນກາງປີ ຫຼື ທ້າຍປີນີ້ ແລະ ອາດຈະມີການເພີ່ມຈຳນວນຕື່ມອີກໃຫ້ຫຼາຍກວ່າເກົ່າ.

ຂະນະດຽວກັນ, ກໍຕ້ອງມີການຄົ້ນຄວ້າດ້ວຍຄວາມຍຸຕິທຳ ຢູ່ບ່ອນວ່າ ເລື່ອນໃຫ້ຖືກຄົນ-ຖືກວຽກ-ເລື່ອນໃຫ້ພະນັກງານທີ່ດີ ແລະ ມີຜົນງານຢ່າງແທ້ຈິງ; ສຳລັບບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ຈົ່ງເອົາໃຈໃສ່ທີ່ສຸດ ຕັ້ງໜ້າຄົ້ນຄວ້າຮໍ່າຮຽນທິດສະດີ ໃຫ້ເຂົ້າໝົດທຸກສະພາວະການ, ເງື່ອນໄຂ, ສະພາບແວດລ້ອມ ແລະ ທຸກປະກົດການຂອງສັງຄົມມະນຸດ ພ້ອມທັງສືບຕໍ່ເປັນແບບຢ່າງທີ່ດີ ໃນການເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້.

ໃຫ້ກຽດປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ

ຂ່າວໃຫ້ຮູ້ຕື່ມວ່າ: ວິທະຍາຄານສັນຕິບານປະຊາຊົນ ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນ-ປະດັບຊັ້ນ ໃຫ້ຜູ້ສໍາເລັດການສຶກສາ ລະບົບປະລິນຍາຕີ ຮຸ່ນທີ 20 ໃນວັນທີ 13 ມີນາ 2019 ປະດັບຊັ້ນໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການວິທະຍາຄານສັນຕິບານປະຊາຊົນ.

ໃນນີ້ມີ: ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ ແລະ ປະດັບຊັ້ນ ຮ້ອຍໂທ ຈໍານວນ 123 ສະຫາຍ ຍິງ 20 ສະຫາຍ; ພ້ອມນັ້ນ ຍັງໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າຮໍ່າຮຽນ ເຊິ່ງໄດ້ຮັບການຍ້ອງຍໍຂັ້ນ ກົມໃຫຍ່ການເມືອງ ປກສ ຈໍານວນ 19 ສະຫາຍ ຍິງ 3 ສະຫາຍ ແລະ ຍ້ອງຍໍຂັ້ນ ວິທະຍາຄານ ຈໍານວນ 110 ສະຫາຍ ຍິງ 20 ສະຫາຍ.