ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019

ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ໂດຍການເປັນປະທານຂອງ ພັທ ສິນນະຄອນ ແສງສັກດາ ຫົວໜ້າກອງບັນຊາການ ປກສ ເມືອງແກ້ວອຸດົມ, ມີ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ພັທ ສີພັນ ຂຸນສີ ຮອງກອງບັນຊາການ ປກສ ເມືອງແກ້ວອຸດົມ ກ່າວວ່າ:

ໃນ 1 ປີ ຜ່ານມາ, ຄະນະນຳກອງບັນຊາການ ປກສ ເມືອງແກ້ວອຸດົມ ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານ ເພື່ອສ້າງພະນັກງານສືບທອດຢ່າງເປັນລະບົບ.

ພ້ອມນັ້ນ, ຍັງໄດ້ລົງເກັບກຳສະຖິຕິຈຳນວນພົນລະເມືອງ ທົ່ວເມືອງ ມີຈຳນວນ 21.019 ຄົນ ຍິງ 10.767 ຄົນ, ມີ 26 ບ້ານ, ມີ 3.619 ຄອບຄົວ.

ປັດຈຸບັນ, ຮັບຮອງບ້ານປ້ອງກັນຄວາມສະຫງົບດີ ໄດ້ 12 ບ້ານ ແລະ ໄດ້ເອົາໃຈໃສ່ສະກັດກັ້ນ-ຕ້ານປະກົດການຫຍໍ້ທໍ້ດ້ານຕ່າງໆ ຢ່າງຕັ້ງໜ້າ;

ໃນປີຜ່ານມາ, ມີຄະດີອາຍາເກີດຂຶ້ນ 38 ເລື່ອງ, ສາມາດມ້າງ ໄດ້ 38 ເລື່ອງ, ກັກຜູ້ຖືກຫາ 114 ຄົນ, ຄະດີຢາເສບຕິດມີ 16 ເລື່ອງ, ຜູ້ຖືກຫາ 17 ຄົນ, ຢືດຂອງກາງຢາບ້າ ໄດ້ 379 ເມັດ, ສົ່ງສຳນວນຄະດີໃຫ້ ປກສ ແຂວງ 6 ເລື່ອງ, ຜູ້ຖືກຫາ 7 ຄົນ, ແກ້ໄຂສຶກສາອົບຮົມຂັ້ນ ປກສ ເມືອງ ຈຳນວນ 18 ເລື່ອງ, ພວມດຳເນີນຄະດີ 14 ເລື່ອງ, ຜູ້ຖືກຫາ 29 ຄົນ, ອຸບັດຕິເຫດເກີດຂຶ້ນ 21 ຄັ້ງ, ມີຜູ້ປະສົບອຸປະຕິເຫດ 20 ຄົນ, ມີພາຫະນະເປ່ເພ 38 ຄັນ ແລະ ລົງໂຄສະນາກົດລະບຽບຈະລາຈອນ 2 ຄັ້ງ ແລະ ວຽກງານອື່ນໆ ຢ່າງເປັນປົກກະຕິ.

ໂອກາດດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງແກ້ວອຸດົມ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ໃຫ້ເປັນປະຈຳ ແລະ ເປັນປົກກະຕິ ເພື່ອກະຕຸກຊຸກຍູ້ໃຫ້ພະນັກງານ-ນັກຮົບ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ຕາມການມອບໝາຍ.