ລັດຖະບານ ສປ ຈີນ ສະເໜີໃຫ້ການຊ່ວຍເຫຼືອກູ້ຄືນລະບົບໄຟຟ້າໃນປະເທດເວເນຊູເອລາ ຫຼັງຈາກເກີດເຫດໄຟຟ້າມອດມາຫຼາຍວັນຕິດຕໍ່ກັນ ນັບຕັ້ງແຕ່ວັນທີ 7 ມີນາ 2019 ເປັນຕົ້ນມາ.

ວັນທີ 13 ມີນາຜ່ານມາ, ໂຄສົກກະຊວງການ່າງປະເທດ ສປ ຈີນ ໃຫ້ຮູ້ວ່າ: ລັດຖະບານຈີນ ຫວັງວ່າເວເນຊູເອລາ ຈະສາມາດແກ້ໄຂບັນຫາໄຟຟ້າມອດໄດ້ໃນໄວໆນີ້ ເພື່ອກູ້ຄືນລະບົບໄຟຟ້າໃນທົ່ວປະເທດ ແລະ ຮັກສາຄວາມສະຫງົບພາຍໃນປະເທດ; ເຊິ່ງລັດຖະບານຈີນ ຍິນດີໃຫ້ຄວາມຊ່ວຍເຫຼືອດ້ານເຕັກນິກ ແລະ ອຸປະກອນ ພ້ອມທັງບຸກຄະລາກອນ, ເຖິງວ່າໃນປັດຈຸບັນ ເວເນຊູເອລາ ສາມາດກູ້ຄືນລະບົບໄຟຟ້າໃນບາງພື້ນທີ່ໄດ້ແລ້ວກໍຕາມ ແຕ່ຍັງຄົງໃຊ້ງານບໍ່ໄດ້ຕາມປົກກະຕິ ເພາະຍັງເກີດບັນຫາໄຟຟ້າຕົກ ແລະ ມອດຢູ່ຫຼາຍຄັ້ງ.

ທ່ານ ມາດູໂຣ ປະທານາທິບໍດີເວເນຊູເອລາ ໄດ້ຂໍຄວາມຊ່ວຍເຫຼືອຈາກຫຼາຍປະເທດ ລວມເຖິງ ສປ ຈີນ ແລະ ລັດເຊຍ ໃນການແກ້ໄຂບັນຫາດັ່ງກ່າວ ພ້ອມທັງຂໍຮ້ອງໃຫ້ຊ່ວຍເຫຼືອກວດສອບຫາສາເຫດທີ່ເຮັດໃຫ້ເກີດວິກິດຄັ້ງນີ້ ເຊິ່ງທາງເວເນຊູເອລາ ສົງໄສວ່າປະເທດຕົນເອງຖືກໂຈມຕີທາງໄຊເບີ (ການໂຈມຕີໂດຍການປ່ອຍໄວລັດຄອມພິວເຕີໄປທຳລາຍລະບົບປະຕິບັດການຂອງຄອມ ພິວເຕີເຄື່ອງອື່ນ).