ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສາລະວັນ ສົມທົບກັບກອງບັນຊາການ ປກສ ເມືອງ ລົງເຜີຍແຜ່ມະຕິ, ຄໍາສັ່ງ, ຂໍ້ຕົກລົງ, ລະບຽບກົດໝາຍໃຫ້ອົງການຈັດຕັ້ງບ້ານນາໂຄກ ແລະ ບ້ານຕະປູນ ເມືອງສາລະວັນ.

ພັທ ສົມໄຊ ລາດສະພົງ ຫົວໜ້າຮອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກ່າວວ່າ: ໄດ້ລະດົມແນວຄິດອົງການຈັດຕັ້ງບ້ານ ແລະ ປະຊາຊົນຕະຫຼອດຮອດຜູ້ຊົມໃຊ້ອາວຸດລ່າເນື້ອ, ໝໍ້ຊອດປາ, ຜູ້ຊົມໃຊ້ຈັກສະ ຕິນ ແລະ ຄອບຄົວຜູ້ທີ່ມີໄພ້-ເຂີຍ ຫຼື ຍາດພີ່ນ້ອງທີ່ເປັນຄົນຕ່າງດ້າວຊາວຕ່າງປະເທດໃຫ້ມີການສະເໜີອົງການຈັດຕັ້ງ, ແຈ້ງຄົນເພີ່ມ, ຄົນຫຼຸດພາຍໃນຄອບຄົວເປັນປະຈໍາ; ທັງນີ້ ເພື່ອເກັບກໍາຂໍ້ມູນໃຫ້ລະອຽດຖ້ວນຖີ່, ກະຕຸກຊຸກຍູ້ຜູ້ປະຕິບັດດີໃຫ້ແງ່ຄິດຕໍ່ຜູ້ປະຕິບັດບໍ່ຖືກຕ້ອງກັບແນວທາງ, ລະບຽບກົດໜາຍ ແລະ ຂໍ້ຫ້າມອື່ນໆທີ່ວາງອອກ.

ພ້ອມນັ້ນ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນ ໃຫ້ຊ່ວຍກັນເປັນເຈົ້າການໃນການປົກປັກຮັກສາ, ສ້າງສາພັດ ທະນາບ້ານ, ຄອບຄົວ, ບຸກຄົນ ໃຫ້ມີຄວາມເຕີບໃຫຍ່ມັ່ງຄັ້ງເຂັ້ມແຂງ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານ ລວມຂອງບ້ານໃຫ້ບັນລຸຜົນສໍາເລັດ ໂດຍສະເພາະອົງການຈັດຕັ້ງບ້ານ ແລະ ໝູ່ບ້ານອື່ນໆທີ່ໃກ້ຄຽງ. ພາຍຫຼັງອົງການຈັດຕັ້ງບ້ານ ແລະ ປະຊາຊົນໄດ້ຮັບການອົບຮົມບົ່ມສອນໃນຫຼາຍແງ່ທີ່ດີ ແລະ ໄດ້ຮັບການຊີ້ທິດເຍື່ອງທາງຈາກພະນັກງານຫ້ອງຄຸ້ມຄອງ ແລະ ສຳມະໂນຄົວກໍ່ສ້າງຮາກຖານ, ພະນັກງານຫັນລົງກໍ່ສ້າງຮາກຖານປະຈໍາບ້ານເຫັນໄດ້ວ່າ: ປະຊາຊົນຜູ້ທີ່ມີສະຕິຕື່ນຕົວ ກໍມີຄວາມຈິງໃຈມອບອາວຸດລ່າເນື້ອມີຈຳນວນທັງໝົດ 42 ກະ ບອກ, ໝໍ້ຊອດປາ 1 ເຄື່ອງ, ຈັກສະຕິນ 9 ເຄື່ອງ ເພື່ອໃຫ້ອົງການຈັດຕັ້ງລັດທີ່ກ່ຽວຂ້ອງສືບຕໍ່ທຳລາຍຖິ້ມ.