ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນກາ 70 ປີ ກອງທັບປະຊາຊົນລາວ ໃຫ້ ທ່ານ ຄໍາຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງ ຈໍາກັດ ທັງເປັນອະດີດນາຍທະຫານທີ່ອອກອຸດໜູນ

ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນກາ 70 ປີ ກອງທັບປະຊາຊົນລາວ ໃຫ້ ທ່ານ ຄໍາຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງ ຈໍາກັດ ທັງເປັນອະດີດນາຍທະຫານທີ່ອອກອຸດໜູນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃນວັນທີ 12 ມີນາ 2019 ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນກາໂດຍ ພົຈວ ຄໍາຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັອ ປອ ຄໍາປະມອນ ວົງໄຊ ຮອງຫົວໜ້າກົມນະໂຍບາຍ ກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະບັບເລກທີ 273/ກປທ ລົງວັນທີ 8 ມັງກອນ 2019 ວ່າດ້ວຍ ການປະດັບຫຼຽນກາ 70 ປີ ກອງທັບປະຊາຊົນລາວ ໃຫ້ອະດີດນາຍທະຫານທີ່ອອກອຸດໜູນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ແກ່ ທ່ານ ຄໍາຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງ ຈໍາກັດ ເພື່ອຕອບສະໜອງຜົນງານ, ຄຸນງາມຄວາມດີຂອງນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ທີ່ໄດ້ອຸທິດຕົນປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

ໂອກາດດຽວກັນ, ທ່ານ ຄຳຫຼ້າ ດວງພະສຸກ ຍັງໄດ້ຮັບຫຼຽນກາລະນຶກ 60 ປີ, ຈາກສູນກາງແນວລາວສ້າງຊາດ, ໄດ້ຮັບໃບຍ້ອງຍໍຈາກ ກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ຄະນະຂົນຂວາຍສ້າງຕັ້ງສະມາຄົມສິລະປະແຄນລາວ ເນື່ອງຈາກ ທ່ານ ຄຳຫຼ້າ ດວງພະສຸກ ໄດ້ມີຜົນງານໃນການປະກອບສ່ວນເຄື່ອນໄຫວວຽກງານຕ່າງໆ ແລະ ໃຫ້ການອຸປະຖໍາຊ່ວຍເຫຼືອໃນຂະແໜງດັ່ງກ່າວ ໂດຍຕະຫຼອດມາ.