ພັທ ອິນທະຫວາ ໂພທິລາດ ຄະນະພັກ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ - ພົຈວ ທອງຈັນ ຈັນທະພົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ - ພັທ ບັນດິດ ສີວິໄລ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ

ໃນຕອນເຊົ້າຂອງວັນທີ 14 ມີນາ 2019, ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ຂຶ້ນທີ່ສະໂມສອນ ກອງບັນຊາການ ປກສ ແຂວງ, ໂດຍການເປັນທານຂອງ ພັທ ອິນທະຫວາ ໂພທິລາດ ຄະນະພັກ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມມີ ພົຈວ ທອງຈັນ ຈັນທະພົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ພັທ ບັນດິດ ສີວິໄລ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ, ມີແຂກຖືກເຊີນຈາກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ 5 ຕົວເມືອງ ຕະຫຼອດຮອດພະນັກງານ-ນັກຮົບຂອງ ຫ້ອງຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັທ ວິໄລສັກ ແກ້ວມຸກດາ ຮອງຫ້ອງຕຳຫຼວດ ປກສ ແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ຜົນການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ເຊິ່ງທ່ານກໍໄດ້ລາຍງານສະພາບການທີ່ພົ້ນເດັ່ນ ກໍຄື

ສະພາບຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນສັງຄົມ ແລະ ສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ວຽກງານສືບສວນ-ສອບສວນ, ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຢາເສບຕິດ, ອຸບັດຕິເຫດ, ອັກຄີໄພ ແລະ ວຽກງານອື່ນໆ.

ເຊິ່ງໃນ 1 ປີຜ່ານມາ ສາມາດມ້າງຄະດີຄ້າຂາຍຢາເສບຕິດ ໄດ້ທັງໝົດ 74 ລາຍ, ກັກຜູ່ຖືກຫາ ໄດ້ 115 ຄົນ ຍິງ 24 ຄົນ, ຄົນຫວຽດນາມ 4 ຄົນ, ຢຶດຂອງກາງປະເພດຢາບ້າ ໄດ້ 34.466 ເມັດ, ຢາໄອສ໌ 2 ກິໂລກຣາມ ກັບ 5 ຖົງນ້ອຍ ແລະ 2 ທໍ່ນ້ອຍ, ມີເງິນກີບ 43 ລ້ານກວ່າກີບ, ເງິນໂດລາ 200 ໂດລາ, ເງິນດົງ 300.000 ດົງ, ໂທລະສັບ 84 ເຄື່ອງ, ລົດຈັັກ 8 ຄັນ, ລົດໃຫຍ່ 2 ຄັນ, ໂມງ 2 ໜ່ວຍ ແລະ ແຫວນຄ້າຍຄືຄຳ 2 ວົງ.

ນອກນີ້, ຍັງມີຄະດີກ່ຽວກັບອຸບັດຕິເຫດ ເກີດຂຶ້ນທັງໝົດ 144 ລາຍ, ມີຄົນໄດ້ຮັບບາດເຈັບທັງໝົດ 376 ຄົນ ຍິງ 127 ຄົນ ໃນນີ້ບາດເຈັບເລັກນ້ອຍ 177 ຄົນ, ບາດເຈັບສົມຄວນ 114 ຄົນ, ບາດເຈັບສາຫັດ 46 ຄົນ ແລະ ເສຍຊີວິດ 39 ຄົນ; ມີພາຫະນະເປ່ເພທັງໝົດ 254 ຄັນ ໃນນັ້ນເປ່ເພເລັກນ້ອຍ 94 ຄັນ, ເປ່ເພສົມຄວນ 147 ຄັນ ແລະ ໃຊ້ການບໍ່ໄດ້ 13 ຄັນ (ຄິດເປັນມູນຄ່າເສຍຫາຍທັງໝົດ 3.929.000.000 ກີບ).

ຕໍ່ກັບສະພາບການທີ່ເກີດຂຶ້ນໃນປີຜ່ານມາ, ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງ ໄດ້ວາງທິດທາງແຜນການວຽກງານຈຸດສຸມ ໃນປີ 2019 ໂດຍຈະໄດ້ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບຂອງ ຫ້ອງຕຳຫຼວດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເອົາໃຈໃສ່ປະຕິບັດລະບຽບວິໄນ ຢ່າງເຂັ້ມງວດ, ຕັ້ງໜ້າປັບປຸງກຳລັງຕຳຫຼວດ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ປັບປຸງແບບແຜນບັງຄັບບັນຊາ ໃຫ້ເຂັ້ມແຂງ ກຽມພ້ອມເຮັດໜ້າທີ່ໃນເງື່ອນໄຂສະພາບການໃໝ່ ເພື່ອຮັບປະກັນວຽກງານປ້ອງກັນສະກັດກັ້ນ ໄປຄຽງຄູ່ກັບ ການແກ້ໄຂຄະດີ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຫຼັກການວິຊາສະເພາະ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນກຳລັງຢ່າງເຂັ້ມງວດ ແລະ ເດັດຂາດ.

ໃນກອງປະຊຸມທີ່ມີຄວາມໝາຍ-ຄວາມສຳຄັນຄັ້ງນີ້ ຜູ້ແທນກອງປະຊຸມ ກໍໄດ້ຂຶ້ນປະກອບຄຳຄິດຄຳເຫັນ ຕາມຄຳຖາມເຈາະຈີ້ມ ຈາກ ຄະນະປະທານ ເພື່ອປະກອບເຂົ້າໃນຮ່າງບົດສະຫຼຸບ ແລະ ທິດທາງແຜນການ ໃຫ້ມີເນື້ອຄົບຖ້ວນສົມບູນ ແລະ ສອດຄ່ອງໃນການນຳໄປຈັດຕັ້ງປະຕິບັດ ຢູ່ໃນແຕ່ລະຂົງເຂດວຽກງານໃນຕໍ່ໜ້າ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018

ຕອນທ້າຍ, ທ່ານ ພົຈວ ທອງຈັນ ຈັນທະພົງ ກໍໄດ້ມີຄຳເຫັນ ແລະ ໃຫ້ກຽດໂອ້ລົມຕື່ມອີກ ເຊິ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານ-ນັກຮົບຂອງ ຫ້ອງຕຳຫຼວດ ທີ່ສາມາດຍາດໄດ້ໄຊຊະນະ ກໍຄື

ຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ຈົນໄດ້ຮັບຜົນສຳເລັດດັ່ງທີ່ໄດ້ລາຍງານມາໃນເບື້ອງຕົ້ນ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະນຳ-ຄະນະບັນຊາ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ອ້າຍນ້ອງໃນກຳລັງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເອົາໃຈໃສ່ປະຕິບັດລະບຽບວິໄນຢ່າງເຂັ້ມງວດ.

ພ້ອມນັ້ນ, ກໍໃຫ້ສືບຕໍ່ຊີ້ນຳ-ນຳພາ ພະນັກງານ-ນັກຮົບ ເຮັດວຽກງານວິຊາສະເພາະ ຕາມການມອບໝາຍຈາກຂັ້ນເທິງ ໃຫ້ໄດ້ຮັບຜົນສຳເລັດ ຕາມທິດທາງແຜນການທີ່ວາງໄວ້ ເພື່ອເຮັດໃຫ້ບັນຫາປະກົດການຍໍ້ທໍ້ຕ່າງໆໃນສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນ ແຂວງອັດຕະປື ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.