ວສປ ປິດຊຸດຮຽນ ລະບົບປະລິນຍາຕີ ຮຸ່ນທີ 20/4

0
1196
ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວສປ

ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ໄດ້ປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດ ໃຫ້ຜູ້ສໍາເລັດການສຶກສາ ລະບົບປະລິນຍາຕີ ຮຸ່ນທີ 20/4 ໃນວັນທີ 14 ມີນາ 2019 ໂດຍການເປັນປະທານ ແລະ ມອບປະກາສະນີຍະບັດໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວສປ, ມີຄະນະອໍານວຍການ, ຫ້ອງ, ຕາງໜ້າກົມໃຫຍ່ການເມືອງ, ຫ້ອງວ່າການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ປອ ວັນສົມ ສີສົມບັດ ຮອງອໍານວຍການ ວສປ ກ່າວວ່າ:

ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 20/4 ມີຈໍານວນພົນທັງໝົດ 165 ສະຫາຍ ຍິງ 24 ສະຫາຍ, ກໍານົດໄລຍະຮຽນ 4 ປີ, ປະກອບມີ 4 ພາກຮຽນ ແລະ ແບ່ງອອກເປັນ 4 ໄລຍະ ຄື:

  • ໄລຍະທີ 1 ນັກສຶກສາໄດ້ຮຽນຮູ້ ພາກວິທະຍາສາດພື້ນຖານ ແລະ ພາສາຕ່າງປະເທດ ເຊິ່ງປະກອບມີ 11 ວິຊາ, 20 ໜ່ວຍກິດ ເທົ່າກັບ 320 ຊົ່ວໂມງ;
  • ໄລຍະທີ 2 ນັກສຶກສາໄດ້ປະກອບຄວາມຮູ້ກ່ຽວກັບ ຄວາມຮູ້ວິຊາສະເພາະພື້ນຖານຂອງ ກໍາລັງ ປກສ ປະກອບມີ 19 ວິຊາ, ມີ 44 ໜ່ວຍກິດ ເທົ່າກັບ 704 ຊົ່ວໂມງ;
  • ໄລຍະທີ 3 ນັກສຶກສາໄດ້ຮັບ ການປະກອບຄວາມຮູ້ວິຊາສະເພາະ ລົງເລິກແຕ່ລະຂະແໜງການ ປະກອບມີ 54 ວິຊາ, ມີ 120 ໜ່ວຍກິດ ເທົ່າກັບ 1.920 ຊົ່ວໂມງ;
  • ໄລຍະທີ 4 ນັກສຶກສາລົງຝຶກຫັດຕົວຈິງ ຢູ່ ກອງບັນຊາການ ປກສ ແຂວງຊຽງຂວາງ ໄລຍະເວລາ 4 ເດືອນ, ຕະຫຼອດໄລຍະການລົງຝຶກຫັດຂອງນັກສຶກສາ ລວມທັງປະຕິບັດວຽກງານວິຊາສະເພາະ, ທັງເກັບກໍາຂໍ້ມູນ ແລະ ຂຽນບົດທົບທວນຈົບຊັ້ນຂອງຕົນໄປພ້ອມໆກັນ.

ຜ່ານການຕີລາຄາໝາກຜົນຂອງ ການປ້ອງກັນບົດໂຄງການຈົບຊັ້ນ ຂອງນັກສຶກສາ ຮຸ່ນທີ 20/4 ສາມາດສະຫຼຸບໄດ້ຄື: ໄດ້ຄະແນນດີເດັ່ນ ມີ 70 ສະຫາຍ ຍິງ 16 ສະຫາຍ, ຄະແນນ ດີຫຼາຍ 77 ສະຫາຍ ຍິງ 8 ສະຫຼາຍ ແລະ ໄດ້ຄະແນນດີ 18 ສະຫາຍ; ສັງລວມແລ້ວຜົນຂອງ ການປ້ອງກັນບົດໂຄງການຈົບຊັ້ນ ຂອງນັກສຶກສາແມ່ນ ບັນລຸຕາມຄາດໝາຍ 100%.

ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ເນັ້ນໃຫ້ນັກສຶກສາທຸກສະຫາຍທີ່ສໍາເລັດການສຶກສາຄັ້ງນີ້ ຈົ່ງນໍາເອົາຄວາມຮູ້ທີ່ໄດ້ຮໍ່າຮຽນມາ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດໃຫ້ກັບປະເທດຊາດ ກໍຄື ປະຊາຊົນບັນດາຜົ່າ; ຄຽງຄູ່ກັນນັ້ນ, ກໍຕ້ອງຮູ້ຈັກຮັກສາກຽດຊື່ສຽງອັນສູງສົ່ງຂອງສະຖາບັນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງກໍາລັງຢ່າງເຂັ້ມງວດ, ຍົກສູງສະຕິຕໍ່ຊາດ, ເຄົາລົບລະບຽບກົດໝາຍ ເພື່ອໃຫ້ສົມກັບຄໍາວ່າ: ” ເປັນນາຍຕໍາຫຼວດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ “.

ມີຄະນະອໍານວຍການ, ຫ້ອງ, ຕາງໜ້າກົມໃຫຍ່ການເມືອງ, ຫ້ອງວ່າການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ