ກອງບັນຊາການ ປ້ອງກັນສູນກາງ ປະກາດການຈັດຕັ້ງຂັ້ນ ພະແນກ-ກອງຮ້ອຍ

ກອງບັນຊາການ ປ້ອງກັນສູນກາງ ກະຊວງ ປກສ ໄດ້ປະກາດການແຕ່ງຕັ້ງຫົວໜ້າ-ຮອງພະແນກ ແລະ ກອງຮ້ອຍ ໃນວັນທີ 14 ມີນາ 2019, ເພື່ອເປັນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ, ເຂົ້າຮ່ວມໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການ ປ້ອງກັນສູນກາງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນາງ ທຸມມະລີ ຄໍາພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປ້ອງກັນສູນກາງ ໄດ້ຂຶ້ຜ່ານຂໍ້ຕົກລົງ ສະບັບເລກທີ 460/ປກ ລົງວັນທີ 11 ມີນາ 2019 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ-ຮອງພະແນກ ແລະ ຫົວໜ້າ-ຮອງໝູ່ ທີ່ຂຶ້ນກັບ ກອງບັນຊາການ ປ້ອງກັນສູນກາງ ເຊິ່ງໄດ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າ-ຮອງບັນດາພະແນກ ມີຄື:

ພະແນກຄົ້ນຄວ້າສັງລວມ ແລະ ພະແນກສໍານວນ-ສໍາເນົາ ທີ່ຂຶ້ນກັບ ຫ້ອງການ, ພະແນກຄຸ້ມຄອງນັກຮຽນ ແລະ ພະແນກພະລາທິການ ທີ່ຂຶ້ນກັບ ໂຮງຮຽນປ້ອງກັນສູນກາງ ພ້ອມທັງແຕ່ງຕັ້ງຂັ້ນຮອງພະແນກ ມີ ພະແນກຈັດຕັ້ງກໍ່ສ້າງກຳລັງ, ໂຄສະນາອົບຮົມ ແລະ ຂ່າວສານ ທີ່ຂຶ້ນກັບ ຫ້ອງການເມືອງ, ພະແນກວາງແຜນສູ້ຮົບ ແລະ ປ້ອງກັນສໍານັກງານ ( ຫ້ອງເສນາທິການ ພະແນກກໍ່ສ້າງ-ຊັບສິນ ແລະ ສ້ອມແປງ ທີ່ຂຶ້ນກັບ ຫ້ອງພະລາທິການ ແລະ ແຕ່ງຕັ້ງຫົວໜ້າໝູ່-ຮອງໝູ່ 1, ໝູ່ 2 ແລະ ໝູ່ 3 (ກອງຮ້ອຍ 9) ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ໃນກອງປະຊຸມ ຍັງໄດ້ເຊື່ອມຊຶມເອກະສານ ໃນການກະກຽມ ກອງປະຊຸມໃຫຍ່ໜ່ວຍພັກຮາກຖານອ້ອມຂ້າງ ອົງຄະນະພັກ ກອງບັນຊາການ ປ້ອງກັນສູນກາງ; ເຊິ່ງມີ 5 ເອກະສານຄື:

  • ເຜີຍແຜ່ຄໍາສັ່ງຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 02/ຄພ-ປກສ ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ໃນທົ່ວອົງຄະນະພັກ ກະຊວງ ປກສ;
  • ເຜີຍແຜ່ຄໍາສັ່ງແນະນໍາຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 03/ຄພ-ປກສ ວ່າດ້ວຍ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນໃນກຳລັງ ປກສ;
  • ເຊື່ອມຊຶມມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 38/ຄພ-ປກສ ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ບັນຊາ ໃນກຳລັງ ປກສ;
  • ເຊື່ອມຊຶມມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 39/ຄພ-ປກສ ວ່າດ້ວຍ ການຂຶ້ນແຜນກຳນົດພະນັກງານນໍາພາບັນຊາ ໃນກຳລັງ ປກສ;
  • ເອກະສານເຊື່ອມຊຶມມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 40/ຄພ-ປກສ ວ່າດ້ວຍ ການແບ່ງຂັ້ນຄຸ້ມຄອງພະນັກງານ ຢູ່ໃນກຳລັງ ປກສ.

ເຊິ່ງໃຫ້ກຽດເຜີຍແຜ່ໃນຄັ້ງນີ້ ໂດຍ ພັອ ຄໍາເຄື່ອງ ບຸນວິໄລ.