ກອງບັນຊາການ ປກສ ແຂວງຈຳປາສັກ ຈັດພິທີປະກາດໂຍກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດ ເຂົ້າຮ່ວມໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ແຂກທີ່ຮັບເຊີນ, ພ້ອມດ້ວຍພະນັກງານອ້ອມຂ້າງຄ້າຍຄຸມຂັງ.

ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 255, ລົງວັນທີ 19 ກຸມ ພາ 2019 ວ່າດ້ວຍການໂຍກຍ້າຍນາຍຕໍາຫຼວດຢູ່ກອງບັນຊາການ ປກສ ແຂວງຈໍາປາສັກ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ເລກທີ 256 ລົງວັນທີ 19 ກຸມ ພາ 2019 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຄ້າຍຄຸມຂັງ. ໃນນັ້ນ, ໄດ້ໂຍກຍ້າຍ ແລະ ແຕ່ງຕັ້ງ ພັທ ສີວອນ ວົງຫາຈັກ ຮອງຫົວໜ້າຫ້ອງສຳມະໂນຄົວ ປກສ ແຂວງຈຳປາສັກ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ ແລະ ແຕ່ງຕັ້ງ ພັຕ ສີລາວົງ ອິນທະປະສິດ ເປັນຮອງ, ເພື່ອເປັນການ ປັບປຸງກົງຈັກການຈັດຕັ້ງໃຫ້ມີລັກສະນະໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ພ້ອມນັ້ນ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຈຳປາສັກ ຍັງໄດ້ຈັດພິທີມອບ-ຮັບຫົວໜ້າກອງພັນປ້ອງກັນເຄື່ອນທີ່ຜູ້ເກົ່າ ແລະ ຜູ້ໃໝ່ນຳອີກ ລະຫວ່າງ ພັທ ຄຳຕ້ອຍ ກົມມະດຳ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ຜູ້ເກົ່າ ແລະ ພັທ ຄອນສະຫວັນ ໄຊຊະນະ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ຜູ້ໃໝ່. ໂດຍການເຂົ້າຮ່ວມເປັນປະທານ ຂອງ ພັທ ສີວິໄລ ແກ້ວປະເສີດ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາຈາກກອງພັນປ້ອງກັນເຄື່ອນທີ່, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງພັນປ້ອງກັນເຄື່ອນທີ່ຮວ່ມ.