ຫຊສ ເມືອງໄຊທານີ ມອບໃບຕາດິນ ໃຫ້ປະຊາຊົນທີ່ມີສິດນຳໃຊ້

0
2490
ມີແຂກຮັບເຊີນ ພ້ອມດ້ວຍປະຊາຊົນແຕ່ລະບ້ານ ເຂົ້າຮ່ວມ

ອາທິດແລ້ວນີ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ຫຊສ ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບໃບຕາດິນ ໃຫ້ປະຊາຊົນທີ່ມີສິດນຳໃຊ້ ຈຳນວນທັງໝົດ 395 ຕອນ ໃນຈຳນວນທັງໝົດ 12 ບ້ານ ທົ່ວເມືອງໄຊທານີ; ໃຫ້ກຽດມອບໂດຍ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ມີແຂກຮັບເຊີນ ພ້ອມດ້ວຍປະຊາຊົນແຕ່ລະບ້ານ ເຂົ້າຮ່ວມ.

ໃນພິທີ, ທ່ານ ແພງ ພະພິມພາ ຫົວໜ້າ ຫຊສ ເມືອງໄຊທານີ ຜ່ານບົດສະຫຼຸບໃຫ້ຮູ້ກ່ຽວກັບ ວຽກງານອອກໃບຕາດິນ ເປັນລະບົບ ແລະ ສະເພາະຕອນຂອງ ໜ່ວຍງານທີ່ດິນ ນັບແຕ່ວັນທີ 1 ມັງກອນ 2018 ຫາ 30 ທັນວາ 2018 ວ່າ:

ເພື່ອເຮັດໃຫ້ການອອກໃບຕາດິນຂອງ ເມືອງໄຊທານີ ສຳເລັດຕາມເປົ້າໝາຍ ແລະ ຕາມແຜນການແຕ່ລະປີ ທີ່ທາງຂັ້ນເທິງມອບໝາຍໃຫ້, ເຊິ່ງທາງ ຫຊສ ເມືອງ ໄດ້ຈັດຕັ້ງ ໜ່ວຍງານບໍລິຫານ, ໜ່ວຍງານສິ່ງແວດລ້ອມ ແລະ ໜ່ວຍງານທີ່ດິນ ເພື່ອປະຊາສຳພັນ ແລະ ພິສູດຫຼັກຖານອອກໃບຕາດິນ ເປັນລະບົບ ໃນທົ່ວເມືອງໄຊທານີ ໄດ້ 12 ບ້ານ.

ໃນນີ້, ສາມາດພິສູດຫຼັກຖານອອກໃບຕາດິນ ລວມທັງໝົດໄດ້ 2.597 ຕອນ, ສົ່ງເອກະສານຂຶ້ນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ທັງໝົດ 2.171 ຕອນ, ເອກະສານ ເປັນລະບົບ 1.856 ຕອນ, ເອກະສານສະເພາະຕອນ 315 ຕອນ, ຮັບໃບຕາດິນຈາກພະແນກ ຈຳນວນ 1.624 ຕອນ, ເບີກຈ່າຍໃບຕາດິນໃຫ້ເຈົ້າຂອງດິນໄດ້ 1.229 ຕອນ ແລະ ນຳມາເບີກຈ່າຍໃບຕາດິນໃນຄັ້ງນີ້ ຈຳນວນ 395 ຕອນ.

ໃນຕໍ່ໜ້າ, ຫຊສ ເມືອງໄຊທານີ ຈະສືບຕໍ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານພາຍໃນໜ່ວຍງານທີ່ດິນ ໃຫ້ມີຄວາມເປັນເຈົ້າການປະຕິບັດວຽກງານວິຊາສະພາະ ຕາມກົນໄກຫັນໄປສູ່ລະບົບໄອທີ ແບບທັນສະໄໝ.

ໃຫ້ກຽດມອບໂດຍ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ