ເປັນປະທານໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ

ກະຊວງ ປກສ ໄດ້ເປີດຂະບວນການແຂ່ງຂັນກິລາອ້ອມຂ້າງ ກະຊວງ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ, ມີຫົວໜ້າ-ຮອງຫົວ ໜ້າກົມກອງອ້ອມຂ້າງກະຊວງ, ວິທະຍາຄານ, ລັດວິສາຫະກິດ, ປກສ ນະຄອນຫຼວງ ແລະ ນັກກິລາ ເຂົ້າຮ່ວມ.

ເປີດຂະບວນການແຂ່ງຂັນກິລາອ້ອມຂ້າງ ກະຊວງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 58 ປີ

ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ກ່າວວ່າ:

ການສ້າງຂະບວນການແຂ່ງຂັນກິລາຄັ້ງນີ້ ນອກຈາກຈະເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 58 ປີແລ້ວ ຍັງເປັນການສ້າງຂະບວນການກິລາ ເພື່ອຮັດແໜ້ນຄວາມສາມັກຄີພາຍໃນ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງເປັນການຟື້ນຟູສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈໃຫ້ມີຄວາມແຂງແຮງສົມບູນດີ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ,

ໂດຍສະເພາະ ພວກເຮົາໄດ້ພ້ອມກັນປະຕິບັດຄໍາຂວັນ ທີ່ວ່າ: ຫຼິ້ນກິລາເພື່ອສຸຂະພາບ, ມີລະບຽບວິໄນ ແລະ ເພື່ອພັດທະນາກິລາ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງຂຶ້ນ.

ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ການແຂ່ງຂັນກິລາຄັ້ງນີ້, ປະ ກອບ ມີ 8 ປະເພດກິລາ ຄື:

ກິລາບານເຕະ ມີ 3 ລາຍການ ຄື: ລະດັບການນໍາ, ອາວຸໂສ ແລະ ຊາວໜຸ່ມ;

ບານສົ່ງຍິງ-ຊາຍ, ກະຕໍ້ດ່ຽວຊາຍ, ຍິງປືນ ມີ 3 ລາຍການ ຄື: ລະດັບການນໍາ, ອາວຸໂສ ແລະ ຊາວໜຸ່ມ;

ກິລາເປຕັງ ມີ 4 ລາຍການ ຄື: ຄູ່ ຍິງ-ຄູ່ຊາຍ, ທີມຍິງ-ທີມຊາຍ;

ກິລາວິຊາສະເພາະ ນຸ່ງເຄື່ອງແບບໄວ ແລະ ມ້າງປະກອບປືນ ຍິງ-ຊາຍ;

ກິລາແລ່ນໄຖ່ ຍິງ-ຊາຍ ແລະ ກິລາດຶງເຊືອກ ປະສົມຍິງ-ຊາຍ.

ທີມນັກກິລາທີ່ເຂົ້າຮ່ວມແຂ່ງຂັນແມ່ນ ມາຈາກ ກົມກອງອ້ອມຂ້າງ ກະຊວງ ແລະ ປກສ ນະຄອນຫຼວງ; ສໍາລັບໄລຍະເວລາຂອງການແຂ່ງຂັນ ຈະດໍາເນີນໄປເຖິງວັນທີ 1 ເມສາ 2019 ຈຶ່ງຈະສໍາເລັດ.

Visual Composer Website Builder