ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ນຳໂດຍພະນະທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ວາງພວງມາລາຕໍ່ໜ້າອານຸສອນສະຖານນັກຮົບນິລະນາມ ແລະ ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 64 ປີ (22 ມີນາ 1955-22 ມີນາ 2019) ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຄວາມໄວ້ອາໄລຮັກ ເຖິງດວງວິນຍານຂອງບັນດາສະຫາຍການນຳພັກ-ລັດ ນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດ ເພື່ອປະເທດ ຊາດ ແລະ ເພື່ອປະຊາຊົນ ລາວບັນດາເຜົ່າ.

ການວາງພວງມາລາ ມີຂຶ້ນໃນຕອນເຊົ້າຂອງວັນທີ 22 ມີນາ 2019, ເຊິ່ງບັນດາຄະນະບໍລິຫານງານສູນກາງພັກ ໄດ້ວາງພວງມາລາ ແລະ ກົ້ມຫົວໄວ້ອາໄລຕໍ່ອານຸສອນສະຖານນັກຮົບນິລະນາມ ແລະ ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍານຳພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍຊາດ ຈົນຍາດໄດ້ໄຊຊະນະ ສາມາດສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.