ຕາງໜ້າໃຫ້ແຕ່ລະພາກສ່ວນ ມອບໂດຍ ທ່ານ ຫວານໃຈ ລຸນນາລາດ ປະທານບໍລິສັດ VXP ການກະເສດຄົບວົງຈອນ

ວັນທີ 22 ມີນາ 2019, ບັນດາບໍລິສັດ ແລະ ໃນນາມສ່ວນຕົວ ໄດ້ມອບເຄື່ອງກິລາໃຫ້ ຫ້ອງວ່າການ ກະຊວງ ປກສ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກຂະບວນການແຂ່ງຂັນກິລາ ອ້ອມຂ້າງ ກະຊວງ ປກສ, ເພື່ອຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 22 ມີນາ 1955-22 ມີນາ 2019 ) ແລະ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019) ທີ່ໃກ້ຈະໝູນວຽນມາຄົບຮອບອີກວາລະໜຶ່ງ ໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນ.

ຕາງໜ້າໃຫ້ແຕ່ລະພາກສ່ວນ ມອບໂດຍ ທ່ານ ຫວານໃຈ ລຸນນາລາດ ປະທານບໍລິສັດ VXP ການກະເສດຄົບວົງຈອນ ແລະ ຮັບໂດຍ ພັອ ຄານໄຊ ໄຊຍະຫານ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ໂດຍມີພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຫວານໃຈ ລຸນນາລາດ ຕາງໜ້າໃຫ້ແຕ່ລະພາກສ່ວນ ກ່າວວ່າ:

ເຄື່ອງກິລາທີ່ນໍາມາມອບໃຫ້ ຫ້ອງວ່າການ ກະຊວງ ປກສ ໃນຄັ້ງນີ້ຄື: ບໍລິສັດ VXP ການກະເສດຄົບວົງຈອນ ມອບເຄື່ອງຈໍານວນ 25 ຊຸດ ມູນຄ່າ 1.800.000 ກີບ, ບໍລິສັດ ເທບພະວົງ ທີ່ປຶກສາຈໍາກັດ ມອບເຄື່ອງຈໍານວນ 27 ຊຸດ ມູນຄ່າ 2.100.000 ກີບ, ບໍລິສັດ ໄຊຊະນະຮຸ່ງເຮືອງກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ມອບເຄື່ອງຈໍານວນ 25 ຊຸດ ມູນຄ່າ 2.100.000 ກີບ ແລະ ທ່ານ ພົມມາ ຈັນທະວົງ ມອບເຄື່ອງຈໍານວນ 20 ຊຸດ ມູນຄ່າ 1.500.000 ກີບ.

ໃນໂອກາດດັ່ງກ່າວ, ທ່ານຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ໄດ້ມອບໃບກຽດຕິຄຸນ ໃຫ້ແຕ່ລະພາກສ່ວນ ພ້ອມທັງກ່າວສະແດງຄວາມຂອບໃຈ, ຄວາມຮູ້ບຸນຄຸນຢ່າງສູງ ແລະ ອວຍພອນໃຫ້ການດໍາເນີນທຸລະກິດຂອງແຕ່ລະພາກສ່ວນ ຈົ່ງມີຄວາມຈະເລີນກ້າວໜ້າ, ຮຸ່ງເຮືອງຍິ່ງໆຂຶ້ນ, ພ້ອມນີ້ ກໍໄດ້ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງພະນັກງານທີ່ກໍາລັງປະຕິບັດໜ້າທີ່ຢູ່ພາຍໃນບໍລິສັດ ຈົ່ງປະສົບຜົນສໍາເລັດໃນທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.