ຄະນະຈັດຕັ້ງເມືອງສີສັດຕະນາກ ຈະຂະຫຍາຍພັກ ໂດຍຖືເອົາຄຸນນະພາບເປັນກົກ

ປີນີ້, ຄະນະຈັດຕັ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະເອົາໃຈໃສ່ຂະຫຍາຍພັກ ໂດຍຖືເອົາຄຸນນະພາບເປັນກົກ, ຮັບປະກັນດ້ານປະລິມານ ແລະ ຕິດຕາມຊຸກຍູ້ໃຫ້ສະມາຊິກພັກ ເຄື່ອນໄຫວວຽກຢ່າງມີຜົນງານ, ມີຂະບວນການພົ້ນເດັ່ນ ຕິດພັນກັບ ມະຫາຊົນຢ່າງແທ້ຈິງ ພ້ອມທັງເດັດດ່ຽວແກ້ໄຂສະມາຊິກທີ່ເສື່ອມຄຸນ-ບໍ່ເຂັ້ມແຂງ ອອກຈາກພັກ.

ເປັນປະທານໂດຍ ສະຫາຍ ວິໄລກອນ ສູນດາລາ ຫົວໜ້າຄະນະຈັດຕັ້ງ ເມືອງສີສັດຕະນາກ

ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກຈັດຕັ້ງພັກ-ພະນັກງານ ປີ 2018 ແລະ ວາງທິດທາງແຜນການ ປີ 2019 ຄັ້ງວັນທີ 22 ມີນານີ້, ເປັນປະທານໂດຍ ສະຫາຍ ວິໄລກອນ ສູນດາລາ ຫົວໜ້າຄະນະຈັດຕັ້ງ ເມືອງສີສັດຕະນາກ, ໂດຍມີ ສະຫາຍ ໂພຄຳ ໄຊຍະສອນ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍບັນດາເລຂາ, ຮອງເລຂາບ້ານ ອ້ອມຂ້າງເມືອງ ແລະ ສະມາຊິກພັກ ພາຍໃນຄະນະຈັດຕັ້ງເມືອງ ເຂົ້າຮ່ວມ, ເຊິ່ງກອງປະຊຸມ ໃຫ້ຮູ້ວ່າ:

ຄະນະຈັດຕັ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ເພື່ອຮັບປະກັນໃຫ້ການຂະຫຍາຍພັກ ມີຄຸນນະພາບ, ຄະນະຈັດຕັ້ງເມືອງ ຈະເອົາໃຈໃສ່ເຮັດວຽກງານປ້ອງກັນພັກ-ພະນັກງານ ໃນການຕິດຕາມກວດກາການນຳພາ, ການເຄື່ອນໄຫວຂອງການຈັດຕັ້ງພັກ, ສະມາຊິກພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໄດ້ຕາມລະດັບຄາດໝາຍ ຕິດພັນກັບ ການສຶກສາອົບຮົມການເມືອງນຳພາແນວຄິດ ໂດຍການຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມເຂັ້ມແຂງຢ່າງຮອບດ້ານ.

ສະຫາຍ ບຸນແປງ ປະກອບເລີດ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໃຫ້ຮູ້ວ່າ:

ປີ 2018, ຄະນະຈັດຕັ້ງເມືອງ ໄດ້ນຳພາການກໍ່ສ້າງພັກດ້ານການຈັດຕັ້ງ ເຊິ່ງ ຄະນະພັກຮາກຖານ, ໜ່ວຍພັກຮາກຖານແຕ່ລະຂັ້ນ ໄດ້ຄົ້ນຄວ້າກຳແໜ້ນມາດຖານເງື່ອນໄຂເລືອກເຟັ້ນເອົາມະຫາຊົນກ້າວໜ້າ, ພົ້ນເດັ່ນໃນຂະບວນການຂອງມະຫາຊົນ ແລະ ຜ່ານການທົດສອບໃນວຽກງານຕົວຈິງ ໃຫ້ເຂົ້າມາເປັນສະມາຊິກພັກ ເພື່ອເຮັດໃຫ້ການຈັດຕັ້ງພັກ ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີຄຸນນະພາບ ສະແດງອອກຄື ທົ່ວເມືອງມີມະຫາຊົນກ້າວໜ້າ ໄດ້ຜ່ານການຮຽນລະບຽບພັກແລ້ວ 57 ສະຫາຍ.