ໂດຍການເປັນປະທານຂອງ ພັທ ນາງ ດາລີວອນ ສິນວົງສາ ຫົວໜ້າຫ້ອງພະລາທິການ ປກສ ແຂວງ ແລະ ເຂົ້າຮ່ວມມີ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ຫ້ອງພະລາທິການ ປກສ ແຂວງຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ຂຶ້ນໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ພັທ ນາງ ດາລີວອນ ສິນວົງສາ ຫົວໜ້າຫ້ອງພະລາທິການ ປກສ ແຂວງ ແລະ ເຂົ້າຮ່ວມມີ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາຂັ້ນຫ້ອງ, ກອງ, ຄ້າຍ, ຕະຫຼອດຮອດພະນັກງານພາຍໃນຫ້ອງ ເຂົ້າຮ່ວມ.

ພັທ ນາງ ດາລີວອນ ສິນວົງສາ ກ່າວວ່າ:

ຫ້ອງພະລາທິການ ປກສ ແຂວງຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019

ໄລຍະ 1 ປີຜ່ານມາ, ຫ້ອງພະລາທິການ ປກສ ແຂວງ ໄດ້ສົມທົບກັບ ຫ້ອງອ້ອມຂ້າງກອງບັນຊາການ, ບັນດາປະຕູດ່ານ, ຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບລາຍຮັບວິຊາການ ໄດ້ທັງໝົດ 5.801.527.000 ກີບ.

ໃນນັ້ນ, ລາຍຮັບຈາກ ລປພ ຈຳນວນ 747.300.000 ກີບ, ລາຍຮັບຈາກ ກອງບັນຊາການ ປກສ ເມືອງລອງ ຈຳນວນ 405.518.000 ກີບ, ປກສ ເມືອງຫຼວງນໍ້າທາ ຈຳນວນ 364.664.000 ກີບ, ຄ້າຍຄຸມຂັງ-ດັດສ້າງ 363.332.100 ກີບ, ປກສ ເມືອງສິງ ຈໍານວນ 306.219.000 ກີບ, ປກສ ເມືອງວຽງພູຄາ ຈຳນວນ 278.885.000 ກີບ, ປກສ ເຂດ-ບໍ່ເຕ່ນ ຈຳນວນ 133.795.000 ກີບ ແລະ ປກສ ເມືອງນາແລ ຈໍານວນ 86.249.000 ກີບ;

ເຊິ່ງໃນປີ 2018 ໄດ້ຮັບຕົວເລກແຜນແບ່ງການຈັດເກັບລາຍຮັບເງິນວິຊາການຈາກ ກະຊວງ ຈຳນວນ 271.910.000 ກີບ ແລະ ປະຕິບັດມອບຕົວຈິງຜ່ານລະບົບຄັງເງິນແຫ່ງຊາດ ໄດ້ 579.430.000 ກີບ ທຽບໃສ່ແຜນປີ ມອບເງິນເກີນ 307.520.000 ກີບ.

ໂອກາດດຽວກັນນັ້ນ, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ, ຄະນະພັກ-ຄະນະບັນຊາຂັ້ນຫ້ອງ ທີ່ພ້ອມກັນຍາດໄດ້ຜົນງານຫຼາຍດ້ານ ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ພ້ອມກັນສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິທົ່ວເຖິງ ແລະ ຕໍ່ເນື່ອງ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.