ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ເຜີຍແຜ່ມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ

0
592

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດຕັ້ງ ເຜີຍແຜ່ມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະ ຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ໃນວັນທີ 22 ມີນານີ້, ເພື່ອໃຫ້ບັນດາສະຫາຍໃນຄະນະພັກ ຫສນຍ, ເລຂາ-ຮອງເລຂາຄະນະພັກຮາກຖານ ແລະ ໜ່ວຍພັກຕະຫຼອດຮອດສະມາຊິກພັກ ແລະ ພະນັກງານ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດ ແລະ ມູນເຊື້ອແຫ່ງການນຳພາໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຊຸມປີຜ່ານມາ.

ສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ໄດ້ເຜີຍແຜ່ໃຫ້ຮູ້ວ່າ: ພາຍຫຼັງທີ່ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີ ນາ 1955 ພັກໄດ້ມີຜົນງານໃນການນຳພາແຕ່ລະໄລຍະໃນຫຼາຍດ້ານ, ໂດຍສະເພາະແມ່ນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນັບແຕ່ປີ 1975 ເປັນຕົ້ນມາ, ພັກໄດ້ກຳນົດຍຸດທະສາດ ແລະ ຍຸດໂທບາຍດ້ານການພົວພັນຕ່າງປະເທດໃນແຕ່ລະໄລຍະຢ່າງຖືກຕ້ອງ, ໄດ້ນຳພາ-ຊີ້ນຳການດຳເນີນນະໂຍບາຍຕ່າງປະເທດຢ່າງສອດຄ່ອງ ເຮັດໃຫ້ປະເທດເຮົາມີເພື່ອນມິດທັງຢູ່ໃກ້ ແລະ ໄກ ນັບມື້ນັບຫຼາຍ, ບົດບາດຂອງປະ ເທດເຮົາໃນເວທີສາກົນ ກໍໄດ້ຮັບການເຊີດຊູນັບມື້ນັບສູງຂຶ້ນ.

ເພື່ອເປັນການເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍ ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ກ່າວວ່າ: ພະນັກງານຫຼັກແຫຼ່ງທົ່ວ ຫສນຍ ຈົ່ງສືບຕໍ່ປະຕິບັດຕາມແນວທາງນະໂຍບາຍທີ່ພັກໄດ້ກຳນົດໄວ້ ໂດຍສະເພາະແມ່ນປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດຢ່າງຖືກຕ້ອງ, ຮັດແໜ້ນຄວາມສາມັກຄີພິເສດລາວ-ຫວຽດນາມ, ຄວາມສາມັກຄີກັບປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃນໂລກ.

Visual Composer Website Builder