ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສໍາເລັດການເດີນທາງຢ້ຽມຢາມປະເທດ ມາເລເຊຍ ຢ່າງເປັນ ທາງການໃນລະຫວ່າງວັນທີ 21-23 ມີນາ 2019. ການຢ້ຽມ ຢາມປະເທດມາເລເຊຍ ຢ່າງເປັນທາງການຄັ້ງນີ້ແມ່ນເປັນຄັ້ງທໍາອິດ ນັບຕັ້ງແຕ່ທ່ານເຂົ້າຮັບຕໍາແໜ່ງເປັນລັດ ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນເດືອນເມສາ ປີ 2016. ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ກະຊວງປ້ອງກັນປະເທດມາເລເຊຍ.

ຈາກນັ້ນ, ພົອ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບທ່ານ ຕວນ ຮາຈິ ໂມຮາມັດ ບິນສາບຸ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງມາເລເຊຍ ພ້ອມຄະນະ, ເຊິ່ງທັງສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ບົນຈິດໃຈທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ມີຄວາມເຄົາລົບນັບຖື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ.

ພ້ອມນັ້ນ, ລັດຖະມົນຕີທັງສອງປະເທດ ໄດ້ຢໍ້າວ່າການຢ້ຽມຢາມຄັ້ງນີ້ ແມ່ນເປັນນິມິດໝາຍແຫ່ງຄວາມ ພະຍາຍາມທີ່ຈະສົ່ງເສີມການຮ່ວມມືດ້ານວຽກງານປ້ອງກັນຊາດຂອງສອງປະເທດ. ດັ່ງນັ້ນ, ທັງສອງລັດ ຖະມົນຕີໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງມາເລເຊຍ.

ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ຈະເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍໃຫ້ເລິກເຊິ່ງກວ່າເກົ່າ, ເຊິ່ງຈະເປັນການສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ. ໃນມື້ດຽວກັນ, ພົອ ຈັນສະໝອນ ຈັນຍາລາດ ໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລປ້ອງກັນຊາດມາເລເຊຍ ເຊິ່ງທ່ານໄດ້ຮັບຟັງການນໍາສະເໜີກ່ຽວກັບພາລະບົດບາດຂອງມະຫາວິທະຍາໄລປ້ອງກັນຊາດ ທີ່ເປັນມະຫາວິທະຍາໄລປ້ອງກັນຊາດທີ່ຢູ່ແຖວໜ້າໃນການສ້າງຜູ້ນໍາ ແລະ ການພັດທະນາວິຊາຊີບ, ການສົ່ງຄວາມຮູ້ ແລະ ການນໍາໃຊ້ວິທະຍາສາດປ້ອງກັນຊາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານນະໂຍບາຍ, ເຊິ່ງນໍາສະເໜີ ໂດຍ ທ່ານ ພົນໂທ ດາໂຕະ ຮ່າຈິ ອັບດຸນຮາລິມ ບິນຮາຈິຈາໂລ ຮອງອະທິການບໍດີມະຫາວິທະຍາໄລປ້ອງກັນຊາດມາເລເຊຍ.

ການເດີນທາງຢ້ຽມຢາມມາເລເຊຍຄັ້ງນີ້, ພົອ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມບໍລິສັດ ບີເອັດໄອຊີ, ເຊິ່ງເປັນບໍລິສັດໃຫ້ການບໍລິການດ້ານການສ້ອມແປງເຮືອບິນ ແລະ ເຮືອກໍາປັ່ນທີ່ເປັນສາ ຂາໜຶ່ງຂອງບໍລິສັດອຸດສະຫາກໍາກົນຈັກໜັກບຸສເຕັດ. ຕະຫຼອດໄລຍະທີ່ຜ່ານມາ, ການຮ່ວມມືດ້ານວຽກງານປ້ອງ ກັນຊາດລະຫວ່າງປະເທດ ສປປ ລາວ ແລະ ມາເລເຊຍ ແມ່ນໄດ້ມີການຂະຫຍາຍຕົວເພີ່ມທະວີຂຶ້ນ, ເຊິ່ງມີການພົວພັນຮ່ວມມືກັນຢ່າງໃກ້ຊິດໃນຖານະເປັນປະ ເທດສະມາຊິກອາຊຽນດ້ວຍກັນ.

ໃນໄລຍະຜ່ານມາ, ທັງສອງປະເທດໄດ້ມີການພົວພັນຮ່ວມມືທີ່ດີ ໂດຍສະເພາະແມ່ນຢູ່ໃນຂອບຂອງກອງປະ ຊຸມລັດຖະມົນຕີປ້ອງກັນປະເທດອາຊຽນທີ່ນັບມື້ນັບມີຄວາມເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການສົ່ງ ເສີມເຮັດໃຫ້ເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງ.

ການພົບປະຂອງສອງລັດຖະມົນຕີປ້ອງກັນປະເທດຄັ້ງນີ້ ຈະເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງສອງປະເທດ ກໍຄືສອງກະຊວງປ້ອງກັນປະເທດລາວ ແລະ ມາ ເລເຊຍໃຫ້ສືບຕໍ່ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆໃນອະນາຄົດ.

ຂ່າວໂດຍ: ຊາຍສົມສັກ ວິໄລສັນ