ຮາກຖານຊາວໜຸ່ມ ປກສ ແຂວງຄຳມ່ວນ ສຳເລັດກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ຄະນະຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງຄຳມ່ວນ

0
1007

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ຄະນະຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 21 ມີນາ 2019 ພາຍໃຕ້ການເປັນປະທານໂດຍ ພັທ ປອ ທອງດຳ ຫຼ້າບັນດິດ ເລຂາຮາກຖານຊາວໜຸ່ມ ປກສ ແຂວງ ແລະ ມີ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ຄະນະຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງຄຳມ່ວນ

ພັທ ປອ ທອງດຳ ຫຼ້າບັນດິດ ໄດ້ຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 3 ປີຜ່ານມາ ແລະ ໄດ້ຍົກໃຫ້ເຫັນເຖິງ ດ້ານດີ, ດ້ານອ່ອນ ທີ່ຕ້ອງໄດ້ປັບປຸງໃຫ້ດີຂຶ້ນ ພ້ອມທັງສະຫຼຸບຖອດຖອນບົດຮຽນແຫ່ງການຊີ້ນຳ-ນຳພາ, ກໍານົດຄາດໝາຍສູ້ຊົນ, ທິດທາງແຜນພັດທະນາຊາວໜຸ່ມ ແຕ່ປີ 2019-2022.

ພາຍໃຕ້ການເປັນປະທານໂດຍ ພັທ ປອ ທອງດຳ ຫຼ້າບັນດິດ ເລຂາຮາກຖານຊາວໜຸ່ມ ປກສ ແຂວງ

ພ້ອມນັ້ນ, ກອງປະຊຸມກໍໄດ້ຄັດເລືອກເອົາ ຄະນະຊາວໜຸ່ມຊຸດໃໝ່ ເຊິ່ງເລືອກໄດ້ ພັທ ຈັນເພັງ ແກ້ວມະນີ ເປັນເລຂາຮາກຖານຊາວໜຸ່ມ ປກສ ແຂວງ, ພັຕ ຈິດໃຈເພັດ ຊາມຸນຕີ ເປັນຮອງເລຂາ, ພັຕ ພອນວິໄລ ສຸດຈັນທະລາ ເປັນຮອງເລຂາ; ພັຕ ພອນວິໄລ ສຸດຈັນທະລາ ເປັນປະທານກວດກາ, ພັຕ ອ້ອຍຄຳສຸກ ອິນທະວົງ ເປັນຮອງປະທານກວດກາ ແລະ ອີກ 7 ສະຫາຍ ເປັນຄະນະ.

ປ່ອນບັດຄັດເລືອກເອົາ ຄະນະຊາວໜຸ່ມຊຸດໃໝ່

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ນາງ ວົງພະຈັນ ສີບຸນເຮືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ໂດຍຮຽກຮ້ອງມາຍັງ ຄະນະຊາວໜຸ່ມແຕ່ລະຂັ້ນ ຈົ່ງເຊີດຊູສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນຍິ່ງໆຂຶ້ນກວ່າເກົ່າ.

ຮັບຟັງການໂອ້ລົມຈາກ ທ່ານ ນາງ ວົງພະຈັນ ສີບຸນເຮືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ
Visual Composer Website Builder