ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ປາຖະກະຖາມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019), ໃນວັນທີ 26 ມີ ນາ 2019, ປາຖະ ກະຖາໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະກອງບັນຊາ ການ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງກອງພັນ, ກອງຮ້ອຍ, ໂຮງຮຽນ, ສູນຝຶກອົບຮົມ, ພະນັກງານອາວຸໂສບໍານານ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພົຈວ ຈັນສະແຫວງ ທິບຄູນທອງ ໄດ້ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ໂດຍຫຍໍ້ ວ່າ: ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ເມສາ 1961ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຕ້ການ ຊີ້ນໍາ-ນໍາພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ການເຕີບໃຫຍ່ເຂັ້ມແຂງຂອງກໍາລັງປ້ອງກັນຄວາມສະຫງົບ ປະຕິວັດໄດ້ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດລາວອັນຍິ່ງໃຫຍ່, ຍິ່ງຕີກໍ່ຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດລາວກ້າວໜ້າຂຶ້ນຮອດບ່ອນໃດກໍາລັງປ້ອງກັນຄວາມສະຫງົບ ກໍເຕີບໃຫຍ່ຂະຫຍາຍຕົວຂຶ້ນຮອດບ່ອນນັ້ນ, ທັງເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນ, ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ຕະຫຼອດໄລຍະ 58 ປີຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ສືບທອດມູນເຊື້ອອັນພິລະອາດ ຫານບໍ່ຍອມຈໍານົນຂອງຊາດ, ຂອງກໍາລັງປະກອບອາວຸດປະຕິວັດປະຊາຊົນ, ນັບແຕ່ມື້ກໍາເນີດເກີດຂຶ້ນມາທັງສູ້ຮົບ, ທັງປັບປຸງກໍ່ສ້າງຕົນເອງ, ໂດຍໄດ້ຮັບການອົບຮົມສັ່ງສອນຈາກພັກປະຊາຊົນ ປະຕິວັດລາວ ແລະ ການອຸ້ມຊູລ້ຽງດູຂອງປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນຄວາມສະຫງົບ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່, ສ້າງໄດ້ມູນເຊື້ອອັນສະຫງ່າງາມຫຼາຍປະການເປັນ ຕົ້ນແມ່ນກໍາລັງປ້ອງກັນຄວາມສະຫງົບ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ ແລະ ຕໍ່ປະຊາຊົນ; ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ; ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູກຸ່ມຄົນບໍ່ດີ; ມີມູນເຊື້ອດຸໝັ້ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູມຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.