ພາຍຸຝົນຮຸນແຮງ ສ້າງຄວາມເສຍຫາຍເປັນວົງກວ້າງ

ໃນວັນທີ 27 ມີນາ, ສຳນັກຂ່າວ ດິອອສເຕຣລຽນ ລາຍງານເຫດການວ່າ:

ເກີດໄພພິບັດ ທາງທິດຕາເວັນຕົກຂອງເກາະໃຕ້ ປະເທດນູແວນເຊລັງ ພາຍຫຼັງທີ່ພາຍຸຝົນ ຕົກລົງມາຢ່າງໜັກຈົນເກີດນໍ້າຖ້ວມຮຸນແຮງ ໂດຍສະເພາະ ໃນເມືອງຟຣານໂຈເຊບ.

ໃນເມືອງໂຮກິຕິກາ ໄດ້ພົບຜູ້ເສຍຊີວິດແລ້ວ 1 ຄົນ ຂະນະດຽວກັນ ບ້ານເຮືອນຈຳນວນຫຼາຍ ໄດ້ຮັບຄວາມເສຍຫາຍ ລວມເຖິງ ຂົວຂ້າມໄວໂຮບຣິດ ທີ່ເປັນຂົວລົດແລ່ນຂ້າມແມ່ນໍ້າໄວໂຮ ເຊິ່ງຖືກກະແສໄຫຼແຮງ ພັດໃສ່ຈົນເພ ແລະ ຂາດໄປກວ່າເຄິ່ງ.

ເກາະໃຕ້ຂອງ ນູແວນເຊລັງ ປະເຊີນພາຍຸຝົນ ຢ່າງໜັກໜ່ວງ

ທາງດ້ານ ທ່ານ ບຣຸສ ສະມິດ ເຈົ້າຄອງເມືອງເວສແລນ ໄດ້ປະກາດສະຖານະການສຸກເສີນ ເນື່ອງຈາກຈະມີພາຍຸຝົນຕໍ່ເນື່ອງອີກ 1-2 ມື້ຂ້າງໜ້າ ພ້ອມແນະນຳໃຫ້ປະຊາຊົນໃນເຂດສ່ຽງໄພ ອົບພະຍົບໄປຍັງສູນທີ່ຢູ່ອາໄສຊົ່ວຄາວ ເຊິ່ງເບື້ອງຕົ້ນມີປະຊາກອນ 50 ຄົນ ສ່ວນຫຼາຍເປັນນັກທ່ອງທ່ຽວ.

Visual Composer Website Builder

ໃນມື້ດຽວກັນ, ສຳນັກງານອຸຕຸນິຍົມວິທະຍາ ນູແວນເຊລັງ ໄດ້ຖະແຫຼງການເຕືອນໄພ ສະພາບອາກາດປັ່ນປ່ວນ ຢູ່ເຂດເກາະໃຕ້ ແລະ ຄາດຄະເນວ່າ ຈະມີຝົນຕົກໜັກສູງເຖິງ 700 ມິນລີແມັດ.