ໃນວັນທີ 26 ມີນາ ທີ່ຜ່ານມາ, ສັນຍານໍ້າມັນດິບ ເວສເທັກຊັສ ສົ່ງມອບເດືອນພຶດສະພາ ເຊິ່ງມີການຊື້-ຂາຍທີ່ຕະຫຼາດໄນເມັກ ປັບຕົວເພີ່ມຂຶ້ນ 1 ໂດລາ ຫຼື 1,9% ປິດຕະຫຼາດທີ່ລາຄາ 59,94 ໂດລາຕໍ່ບາເຣວ ສ່ວນສັນຍານໍ້າມັນດິບ ເບຣນ ປັບຕົວຂຶ້ນ 70 ເຊັນ ປິດທີ່ລາຄາ 67,89 ໂດລາຕໍ່ບາເຣວ.

ຄະນະກຳມະການກວດສອບ ການປະຕິບັດຕາມຂໍ້ຕົກລົງ ປັບຫຼຸດກຳລັງການຜະລິດ (JMNC) ຂອງກຸ່ມໂອເປກ ແລະ ປະເທດຜູ້ຜະລິດນອກກຸ່ມໂອເປກ ເຊິ່ງລວມເຖິງ ລັດເຊຍ ໄດ້ຈັດກອງປະຊຸມທີ່ເມືອງບາກູ ປະເທດອາແຊກໄບຈານ ໃນວັນທີ 25 ມີນາ ທີ່ຜ່ານມາ ໂດຍກອງປະຊຸມໄດ້ອອກຖະແຫຼງການວ່າ ການປັບຫຼຸດກຳລັງການຜະລິດ ຈະຍັງຄົງດຳເນີນໄປຈົນເຖິງ ເດືອນມິຖຸນານີ້.

ທັ້ງນີ້, ໃນເດືອນທັນວາ ປີຜ່ານມາ ໂອເປກ ແລະ ກຸ່ມນອກໂອເປກ ນຳໂດຍ ລັດເຊຍ ເຫັນດີພ້ອມກັນທີ່ຈະປັບຫຼຸດກຳລັງການຜະລິດນໍ້າມັນ 1,2 ລ້ານບາເຣວຕໍ່ມື້ ເພື່ອປ້ອງກັນການຫຼຸດລົງຂອງລາຄານໍ້າມັນ.

ທາງດ້ານກຸ່ມໂອເປກ ຍັງມີແຜນຈະຈັດກອງປະຊຸມ ເພື່ອພິຈາລະນາ ນະໂຍບາຍການຜະລິດນໍ້າມັນ ໃນວັນທີ 17-18 ເມສາ ແລະ 25-26 ມິຖຸນານີ້ ນຳອີກ.

ຂະນະທີ່ ນັກລົງທຶນ ຈະເຝົ້າຕິດຕາມການລາຍງານ ປະລິມານນໍ້າມັນດິບໃນສາງ ປະຈຳອາທິດ ຈາກ ສຳນັກງານຂໍ້ມູນຂ່າວສານດ້ານພະລັງງານ ຂອງ ລັດຖະບານ ສະຫະລັດ ອາເມລິກາ (EIA) ໃນວັນທີ 28 ມີນານີ້ ເວລາ 21:30 ໂມງ ຕາມເວລາໃນບ້ານເຮົາ.