ປກສ ເມືອງຫີນເຫີບ ສະຫຼຸບວຽກງານ ປ້ອງກັນຄວາມສະຫງົບປະຈຳປີ

ວັນທີ 21 ມີນາ 2019 ຜ່ານມານີ້, ກອງບັນຊາການ ປກສ ເມືອງຫີນເຫີບຈັດກອງປະຊຸມສະຫຼຸບການເຄື່ອນໄຫວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ໂດຍການເຂົ້າຮ່ວມຂອງ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ພັທ ຫົງຄໍາ ວົງພະຈັນ ຮອງ ຫົວໜ້າກອງບັນຊາການ ປກສ ເມືອງຫີນເຫີບ ກ່າວວ່າ:

ປີຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 163 ເລື່ອງ, ສາມາດມ້າງໄດ້ 56 ເລື່ອງ, ມີຜູ້ຖືກຫາ 65 ຄົນ ຍິງ 5 ຄົນ, ແກ້ໄຂຂັ້ນເຈົ້າໜ້າທີ່ 47 ເລື່ອງ, ສົ່ງໄອຍະການ 2 ເລື່ອງ, ຊັດມ້ຽນ 1 ເລື່ອງ, ສົ່ງສົມ ສະຫງ່າ 1 ເລື່ອງ, ສົ່ງ ປກສ ແຂວງວຽງຈັນ 2 ເລື່ອງ ແລະ ພວມດໍາເນີນ 4 ເລື່ອງ, ຄະດີຢາເສບຕິດ ເກີດຂຶ້ນ 97 ເລື່ອງ, ກັກຜູ້ຖືກຫາ 133 ຄົນ ຍິງ 7 ຄົນ, ຢືດຂອງກາງຢາບ້າ 5.206 ເມັດ, ຢາໄອສ໌ 2 ຖົງນ້ອຍ, ອຸບັດຕິເຫດເກີດຂຶ້ນ 63 ຄັ້ງ, ເສຍຊີວິດ 8 ຄົນ ທຽບໃສ່ປີຜ່ານມາປະກົດການຫຍໍ້ທໍ້ເພີ່ມຂຶ້ນ 8 ເລື່ອງ.

ປັດຈຸບັນທົ່ວເມືອງ ມີ 43 ບ້ານ, ມີ 6.336 ຄອບຄົວ, ມີພົນລະເມືອງທັງໝົດ 34.258 ຄົນ ຍິງ 16.523 ຄົນ, ຂຶ້ນທະບຽນສໍາມະໂນຄົວແລ້ວ 6.247 ຄອບຄົວ, ມີ 33.775 ຄົນ ຍິງ 16.238 ຄົນ, ຍັງບໍ່ທັນຂຶ້ນທະບຽນສໍາມະໂນຄົວ 89 ຄອບຄົວ, ມີ 483  ຄົນ ຍິງ 240 ຄົນ, ເກັບກໍາສະຖິຕິເຂົ້າຖານຂໍ້ມູນລະບົບທັນສະໄໝໄດ້ 5 ບ້ານ, ມີ 426 ຄອບຄົວ, ມີ 2.543 ຄົນ ຍິງ 1.204 ຄົນ, ໄດ້ປະສານສົບທົບກັບພາກສ່ວນກ່ຽວຂ້ອງ ແລະ ຂຶ້ນບັນຊີຜູ້ເຊື່ອຖືສາສະໜາຕ່າງປະເທດ ຢູ່ພາຍໃນເມືອງໄດ້ທັງໝົດ 4.379 ຄົນ ຍິງ 2.226 ຄົນ, ຕິດຕາມກວດກາ ແລະ ຄຸ້ມຄອງຄົນຕ່າງປະເທດເຂົ້າມາທ່ຽວ, ເຮັດທຸລະກິດ, ເປັນກໍາມະກອນ ມີ 568 ຄົນ ຍິງ 36 ຄົນ.

ໂອກາດດຽວກັນນີ້, ກໍໄດ້ຈັດພິທີມອບ-ຮັບຫົວໜ້າກອງບັນຊາການ ປກສ ເມືອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຄື: ໃນນີ້ໄດ້ໂຍກຍ້າຍ ແລະ ແຕ່ງຕັ້ງ ພັທ ບຸນເຄນ ໄຊຍະບົວພາ ຈາກກອງບັນຊາການ ປກສ ເມືອງໝື່ນ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫີນເຫີບ, ພັທ ຄໍາໝັ້ນ ແສນບຸດດີ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງວັງວຽງ ພ້ອມທັງໂຍກຍ້າຍ ແລະ ແຕ່ງຕັ້ງ ພັຕ ແສງທອງ ລໍວັນໄຊ ຈາກກອງບັນຊາການ ປກສ ເມືອງຫີນເຫີບ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງໂພນໂຮງ.