ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດກອງປະຊຸມຄົ້ນຄວ້າປັບປຸງຫຼັກສູດປະລິນຍາຕີ ລະບົບຕໍ່ເນື່ອງ 2 ປີ ແລະ ລະບົບກໍ່ສ້າງ 4 ປີໃນລະຫວ່າງວັນທີ 25 ມີນາ-4 ເມສາ 2019, ເປັນປະທານໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວສປ, ມີຄະນະຫ້ອງ, ພະນັກງານຄູ-ອານຈານ ແລະ ຄະນະຮັບ ຜິດຊອບເຂົ້າຮ່ວມ.

ການຄົ້ນຄວ້າປັບປຸງຫຼັກສູດການຮຽນ-ການສອນດັ່ງກ່າວ ປະກອບມີ 5 ສາຂາວິຊາ ຄື: ສາຂາວິຊາຄຸ້ມຄອງລັດ, ສາຂາວິຊາປ້ອງກັນພາຍໃນ ແລະ ອີກ 3 ສາຂາວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ; ໃນນີ້, ຜູ້ເຂົ້າ ຮ່ວມແມ່ນຈະໄດ້ເລີ່ມປະກອບຄໍາຄິດເຫັນໃສ່ການປັບປຸງຊື່ຫົວຂໍ້, ເລກລະຫັດຂອງຫຼັກສູດການຮຽນ-ການສອນ, ການກໍານົດໜ່ວຍກິດເຂົ້າໃນໝວດວິຊາວິທະຍາສາດພື້ນຖານ, ການກໍານົ ໜ່ວຍກິດເຂົ້າໃນໝວດວິຊາສະເພາະ ທັງໝົດນີ້ກໍເພື່ອເປັນການຮັບປະກັນທາງດ້ານການຮຽນ-ການສອນຂອງວິທະຍາຄານສັນຕິບານປະຊາ ຊົນ ກໍຄືການພັດທະນໍາກໍາລັງ ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນໜ້າທີ່ການເມືອງ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສໍາເລັດສູງສຸດ.

ພາຍຫຼັງສໍາເລັດການຄົ້ນຄວ້າປັບປຸງຫຼັກສູດປະລິນຍາຕີລະບົບຕໍ່ເນື່ອງ 2 ປີ ແລະ ລະບົບກໍ່ສ້າງ 4 ປີ ຄະນະຮັບ ຜິດຊອບຈະສະເໜີໃຫ້ສະພາວິທະຍາສາດປ້ອງກັນຄວາມສະຫງົບ ພິຈາລະນາ ແລະ ຮັບຮອງເອົາ ເພື່ອເປັນບ່ອນອີງໃນການປະຕິບັດການຮຽນ-ການສອນກ່ຽວຂ້ອງວຽກງານຂອງກໍາລັງປ້ອງກັນຄວາມສະຫງົບ.