ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍຊາວໜຸ່ມໂຮງຮຽນ ປກສ ຊັ້ນກາງເລກ 1

ໜ່ວຍຊາວໜຸ່ມໂຮງຮຽນ ປກສ ຊັ້ນກາງເລກ I ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ແລະ ວາງທິດທາງແຜນການແຕ່ປີ 2019-2022 ໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ພັຕ ແສງສະຫວັນ ຄົມທະວົງ ຫົວໜ້າພະແນກການເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມ ມີ ພັທ ອ່ອນຈັນ ວິໄລຈິດ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີເລຂາຄະນະຊາວໜຸ່ມຈາກຫ້ອງອ້ອມຂ້າງເຂົ້າຮ່ວມ.

ພັຕ ພອນເພັດ ພົມມີໄຊ ຮອງເລຂາຮາກຖານຊາວໜຸ່ມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງ ວຽກງານວິຊາສະເພາະໃນໄລຍະ 3 ປີຜ່ານມາເຫັນວ່າ:

ບັນດາສະມາຊິກຊາວໜຸ່ມຢູ່ແຕ່ລະໜ່ວຍ ແມ່ນມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໜາຍ ໃຫ້ຈົນໄດ້ຮັບຜົນສຳເລັດຫຼາຍດ້ານຄື: ສ້າງເອກະສານຕ່າງໆໃຫ້ແກ່ໂຮງຮຽນໄດ້ 12.528 ສະບັບ,  ເຂົ້າຮ່ວມຊີວິດການເມືອງພະແນກ, ຂອງໜ່ວຍ, ຂອງຈຸມີ 140 ຄັ້ງ, ອະນາໄມລວມມີ 321 ຄັ້ງ, ເຂົ້າຮ່ວມສ່ອງແສງປະຈໍາອາທິດຂອງໂຮງຮຽນ ມີ 144 ຄັ້ງ, ພົວພັນວຽກນຳກົມໃຫຍ່ການເມືອງ ປກສ,  ກົມກໍ່ສ້າງກຳລັງ, ກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ບັນດາ ປກສ ແຂວງ ແຂວງພາກເໜືອໄດ້ 157 ຄັ້ງ, ຮັບແຂກຢູ່ພາຍໃນ ແລະ ນອກໄດ້ 63 ຄັ້ງ, ໄດ້ສ້າງເອກະສານ ເປີດ-ປິດ ຊຸດຮຽນໃຫ້ນັກຮຽນ ແຕ່ລະລະບົບເຊັ່ນ: ລະບົບກໍ່ສ້າງ 2 ປີ, ລະບົບບຳລຸງ 3 ເດືອນສຳເລັດ ມີ 9 ຄັ້ງ, ໄດ້ນຳພານັກຮຽນລົງຝຶກຫັດຢູ່ບັນດາ ປກສ ແຂວງພາກເໜືອໄດ້ 3 ຄັ້ງ, ຮຽບຮຽງບົດຮຽນສອນໄດ້ 100 ບົດ, ເຂົ້າຮ່ວມສອນທົດລອງຂອງຄູໃໜ່ ຈຳນວນ 8 ສະຫາຍ ມີຄູເຂົ້າຮ່ວມ 280 ສະຫາຍ ແລະ ວຽກງານອື່ນໆ ຢ່າງເປັນປົກກະຕິ.

ໃນພິທີ, ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໜ່ ເຊິ່ງມີຜູ້ສະໝັກຈຳນວນ 7 ສະຫາຍ, ສາມາດເລືອກໄດ້ສະຫາຍ ພັຕ ລຽບທອງ ເລິດ ເປັນ ເລຂາຊາວໜຸ່ມໂຮງຮຽນ ປກສ ຊັ້ນກາງເລກ I , ສະຫາຍ ຮອ ວຽງຄາ ມິຍະສິດ ເປັນຮອງ ແລະ ສະຫາຍ ພັຕ ພອນເພັດ ພົມມີໄຊ ປະທານກວດກາຊາວໜຸ່ມ.