ປິດຝຶກອົບຮົມວຽກງານ 3 ສ້າງຂອງຂະແໜງການເງິນ

ພະແນກການເງິນ ແຂວງໄຊສົມບູນ ປິດບັ້ນຝຶກອົບຮົມວຽກງານ 3 ສ້າງ ກ່ຽວກັບວຽກງານວິຊາສະເພາະການເງິນ-ງົບປະມານ ເປັນປະທານປິດພິທີ ໂດຍ ທ່ານ ປອ ທອງປະເສີດ ໄຊຍະລາດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຫົວໜ້າຂະແໜງການ, ຫ້ອງການເງິນ 5 ເມືອງ, ນາຍບ້ານ 10 ບ້ານ 3 ສ້າງ ຕະຫຼອດຮອດນັກສຳມະນາກອນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ແສງຈັນ ປະເສີດກຸນ ຫົວໜ້າຂະແໜງງົບປະມານ ກ່າວວ່າ:

ຜ່ານການຝຶກອົບຮົມວຽກງານວິຊາສະເພາະ ການເງິນ-ງົບປະມານ ທັງຄູຝຶກ ແລະ ນັກສຳມະນາກອນ ໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນສົນທະນາຂໍ້ຂ້ອງໃຈເຊິ່ງກັນ ແລະກັນຢ່າງເປັນຂະບວນການ ຟົດຟື້ນ. ທັງນີ້ກໍເພື່ອເຮັດໃຫ້ມີຄວາມເຂົ້າໃຈຕໍ່ກັບວຽກງານການເງິນ-ງົບປະມານ, ການສ້າງແຜນງົບປະມານ, ການສ້າງແຜນເກັບລາຍຮັບ-ລາຍຈ່າຍ ແລະ ບັນຫາອື່ນໆູ ທີ່ຮຽນມານັ້ນ; ບັນດາຄູຝຶກກໍໄດ້ຜັດປ່ຽນກັນອະທິບາຍ, ຊີ້ແຈງເຫດຜົນ ພ້ອມທັງຍົກຕົວຢ່າງມາປະກອບ ເພື່ອສ້າງຄວາມກະຈາງແຈ້ງ ໃຫ້ກັບນັກສຳມະນາ ກອນທີ່ສາມາດນຳໄປຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ-ລາຍຈ່າຍໃນທ້ອງຖິ່ນຂອງຕົນໃຫ້ຖືກຕ້ອງພາວະວິໄສ  ແລະ ໄດ້ຮັບປະສິດທິພາບ-ປະສິດທິຜົນສູງສຸດ.

ຈາກຜົນຂອງການປະເມີນຄວາມເຂົ້າໃຈຂອງນັກສໍາມະນາ ກອນຕໍ່ກັບບົດຮຽນທີ່ໄດ້ຮຽນມາສູງເຖິງ 80%. ໃນຕອນທ້າຍຂອງພິທີ, ທ່ານ ປອ ທອງປະເສີດ ໄຊຍະລາດ ຮຽກຮ້ອງໃຫ້ນັກສຳມະນາກອນ ເອົາໃຈໃສ່ເຜີຍແຜ່, ຜັນຂະຫຍາຍຈັດຕັ້ງບັນດາກົດໝາຍ ແລະ ນິຕິກຳຕ່າງໆຂອງຂະແໜງການເງິນ ເພື່ອກຳນົດຫຼັກການໃນການຄຸ້ມຄອງ ແລະ ວິທີການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ-ລາຍຈ່າຍໃຫ້ຖືກຕ້ອງ, ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນແນໃສ່ສ້າງລາຍຮັບເຂົ້າງົບປະມານແຫ່ງລັດຕາມກົດໝາຍ, ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ ເຂັ້ມແຂງຂຶ້ນເທື່ອລະກ້າວ.