ໃຫ້ກຽດປາຖະກະຖາໂດຍ ພົຈວ ປອ ບົວວັນ ວົງສາວັນທອງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ສັນຕິບານ

ກົມໃຫຍ່ສັນຕິບານ ກະຊວງ ປກສ, ປົກຄອງເມືອງໄຊເສດຖາ, ເມືອງໄຊທານີ ແລະ ບ້ານດົງປ່າລານທົ່ງ-ບ້ານໜອງຈັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 22 ມີນາ 1955-22 ມີນາ 2019 ) ໃນວັນທີ 27 ມີນາ 2019 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຄວາມໝາຍ-ຄວາມສໍາຄັນຂອງວັນດັ່ງກ່າວ; ໃຫ້ກຽດປາຖະກະຖາໂດຍ ພົຈວ ປອ ບົວວັນ ວົງສາວັນທອງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພ້ອມທັງມີ ທ່ານ ບຸນປີງ ປັນຍາຈິດ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ, ທ່ານ ວັນເພັງ ອິນທະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆໄຊທານີ ແລະ ທ່ານ ດວງເດືອນ ວົງນະລາດ ຄະນະພັກຫົວໜ້າຄະນະໂຄສະນາອົບຮົມ ເມືອງໄຊເສດຖາ ເຂົ້າຮ່ວມ.

ພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 22 ມີນາ 1955-22 ມີນາ 2019 )

ໃນພິທີ, ທັງ 4 ພາກສ່ວນ ໄດ້ຍົກໃຫ້ເຫັນໄລຍະການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ເຊິ່ງສະແດງອອກໃນການພັດທະນາແຕ່ລະດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ ຄື:

Visual Composer Website Builder

ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນບັນຫາສໍາຄັນ, ບັນດາຂະແໜງການນັບແຕ່ຂັ້ນ ສູນກາງລົງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານ ໂດຍສຸມໃສ່ສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ໄປຄຽງຄູ່ກັບ ການເຮັດທົດລອງວຽກງານ 3 ສ້າງ ຢູ່ 51 ເມືອງ, ມີ 109 ບ້ານເປົ້າໝາຍ.

ປັດຈຸບັນ, ທົ່ວປະເທດມີ 148 ເມືອງ, ມີ 8.454 ບ້ານ ແລະ ມີ 1.166.239 ຄອບຄົວ, ອັດຕາສ່ວນຂອງຄວາມທຸກຍາກ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ມາຮອດປີ 2017 ຍັງເຫຼືອຄອບຄົວທຸກຍາກ 69.772 ຄອບຄົວ ກວມ 5,98%, ບ້ານທຸກຍາກ ຍັງເຫຼືອ 1.673 ບ້ານ ກວມ 19,55% ແລະ ເມືອງທຸກຍາກ ເຫຼືອ 23 ເມືອງ ກວມ 15,54%.

ສໍາລັບບ້ານພັດທະນາ ໃນທົ່ວປະເທດ ມີ 3.917 ບ້ານ, ມີບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 31 ບ້ານ ນອນຢູ່ໃນ 107 ເມືອງ ແລະ 16 ແຂວງ; ດ້ານກະສິກຳ: ການຜະລິດເຂົ້າ ໃນປີ 2017 ຜະລິດເຂົ້້າໄດ້ 4,27 ລ້ານໂຕນ ເທົ່າກັບ 98,16% ຂອງແຜນການ, ໃນນັ້ນ ເຂົ້ານາປີ 3,6 ລ້ານໂຕນ, ນາແຊງ 473,700 ໂຕນ, ການປູກຕົ້ນໄມ້ອຸດສາຫະກຳ ແລະ ການຜະລິດພືດຜັກອື່ນໆ ລ້ວນແຕ່ຂະຫຍາຍຕົວຢ່າງແຂງແຮງ ແລະ ການລ້ຽງສັດແບບເປັນຟາມ ໄດ້ມີການເພີ່ມຂຶ້ນຢ່າງໄວວາ.

4 ພາກສ່ວນ ໄດ້ຍົກໃຫ້ເຫັນໄລຍະການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ