ອົງການຜູ້ຕາງໜ້າ ກະຊວງຕຳຫຼວດຫວຽດນາມ ອອຍພອນ ກອງບັນຊາການປ້ອງກັນສູນກາງ

0
1709
ຮັດແໜ້ນຄວາມສາມັກຄີແບບພິເສດຂອງ ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ

ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ເຂົ້າອວຍພອນ ຄະນະກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ແຫ່ງ ສປປ ລາວ ເນື່ອງໃນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ໃນວັນທີ 25 ມີນາ 2019, ນໍາພາໂດຍ ພົຈວ ຮວ່າງ ກວາງ ເຮື໋ອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ຕ້ອນຮັບໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍຄະນະນໍາ ທັງສອງຝ່າຍ ເຂົ້າຮ່ວມ.

ພົຈວ ຮວ່າງ ກວາງ ເຮື໋ອງ ກ່າວວ່າ:

ຄະນະກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ແຫ່ງ ສປປ ລາວ

ການເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນສູນກາງ ຄັ້ງນີ້ ເປັນການມາສະແດງຄວາມຊົມເຊີຍຕໍ່ ກໍາລັງປ້ອງກັນຄວາມສະຫງົບ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ກອງບັນຊາການປ້ອງກັນສູນກາງ ເນື່ອງໃນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ທີ່ໃກ້ຈະມາເຖິງນີ້.

Visual Composer Website Builderຢາກອອກແບບເວັບໄຊໃຫ້ສວຍງານ ຕ້ອງ Visual Composer

ນອກນີ້, ຍັງເປັນການຢ້ຽມຢາມຖາມຂ່າວ ພະນັກງານ-ນັກຮົບ ກໍາລັງປ້ອງກັນສູນກາງ ຕໍ່ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດຂອງ ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນ ສາຍພົວພັນລະຫວ່າງ ກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ແລະ ກໍາລັງຕໍາຫຼວດ ສສ ຫວຽດນາມ ກໍຄື ສາຍພົວພັນແບບພິເສດຂອງ ກອງບັນຊາການປ້ອງກັນສູນກາງ ແລະ ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ເຫັນວ່ານັບມື້ນັບມີຄວາມຮັກແພງ, ເພີ່ມທະວີຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ໃຫ້ຄວາມຊ່ວຍເຫຼືອກັນຕະຫຼອດມາ.

ພົຈວ ຮວ່າງ ກວາງ ເຮື໋ອງ ກໍໄດ້ຕາງໜ້າມອບເຄື່ອງປິຼ້ນເຕີ 1 ຊຸດ ໃຫ້ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ລາວ ແລະ ຕາງໜ້າຮັບໂດຍ ພັອ ຄໍາເຄື່ອງ ບຸນວິໄລ

ໂອກາດນີ້, ພັອ ຄໍາເຄື່ອງ ບຸນວິໄລ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ຄະນະນຳອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ໄດ້ເສຍສະຫຼະເວລາມາຢ້ຽມຢາມຖາມຂ່າວ ແລະ ອວຍພອນພະນັກງານ-ນັກຮົບ ກອງບັນຊາການປ້ອງກັນສູນກາງ, ພ້ອມທັງອວຍພອນໃຫ້ສາຍພົວພັນອັນພິເສດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງກຳລັງປະກອບອາວຸດ ລາວ-ຫວຽດນາມ ນັບມື້ນັບແໜ້ນແຟ້ນຂຶ້ນ. ໃນໂອກາດນີ້, ພົຈວ ຮວ່າງ ກວາງ ເຮື໋ອງ ກໍໄດ້ຕາງໜ້າມອບເຄື່ອງປິຼ້ນເຕີ 1 ຊຸດ ໃຫ້ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ລາວ ແລະ ຕາງໜ້າຮັບໂດຍ ພັອ ຄໍາເຄື່ອງ ບຸນວິໄລ.

ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ