ອອປສ ສະຫຼຸບວຽກງານກວດກາ

0
1270
ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019

ອົງການໄອຍະການປະຊາຊົນສູງສຸດ ( ອອປສ ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂຶ້ນໃນວັນທີ 25 ມີນາ 2019 ໂດຍການເປັນປະທານຂອງ ທ່ານ ບຸນຍັງ ຈັນດາລະສານ ປະທານກວດກາ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາກົມ, ຫ້ອງການ ແລະ ສະຖາບັນຄົ້ນຄວ້າ-ຝຶກອົບຮົມໄອຍະການ, ຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ພູວຽງ ວົງໄຊ ຮອງຫົວໜ້າກົມກວດກາ ອອປສ

ທ່ານ ພູວຽງ ວົງໄຊ ຮອງຫົວໜ້າກົມກວດກາ ອອປສ ກ່າວວ່າ:

ໃນໄລຍະຜ່ານມາ, ຄະນະພັກ ຄະນະກວດກາອົງການໄອຍະການປະຊາຊົນສູງສຸດ ໄດ້ເອົາໃຈໃສ່ຊີ້ນໍາ ໂດຍສະເພາະຕໍ່ກົມກວດກາໃນການແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີດ້ວຍຄວາມເປັນເຈົ້າການ.

ໃນ 1 ປີຜ່ານມາ, ໄດ້ຮັບຄໍາຮ້ອງ ຈໍານວນ 23 ສະບັບ. ໃນນີ້, ຄົ້ນຄວ້າແກ້ໄຂແລ້ວ 11 ສະບັບ, ພວມດໍາເນີນການຄົ້້ນຄວ້າ ແລະ ເກັບກໍາຂໍ້ມູນ 12 ສະບັບ.

ເນື້ອໃນຄໍາຮ້ອງ ແລະ ຄໍາສະເໜີສ່ວນໃຫຍ່ ແມ່ນບັນຫາການປະຕິບັດໜ້າທີ່ຂອງພະນັກງານໄອຍະການ.

ອົງການໄອຍະການປະຊາຊົນສູງສຸດ ( ອອປສ )

ຜ່ານການຕິດຕາມກວດກາ ມີສະມາຊິກພັກ-ພະນັກງານ ຖືກປະຕິບັດວິໄນ ຈໍານວນ 4 ຄົນ. ທິດທາງແຜນການໃນຕໍ່ໜ້າຄະນະພັກ, ຄະນະກວດກາອົງການໄອຍະການປະຊາຊົນສູງສຸດ ຈະສືບຕໍ່ປັບປຸງພາລະບົດບາດຂອງ ຄະນະກວດກາ ໃຫ້ສໍາເລັດ ຕິດພັນກັບການແກ້ໄຂວຽກງານຄໍາຮ້ອງຄໍາສະເໜີໃຫ້ວ່ອງໄວ, ທ່ວງທັນຕາມກຳນົດເວລາ ແລະ ຖືກຕ້ອງ; ສືບຕໍ່ຄົ້ນຄວ້າ ແລະ ເຜີຍແຜ່ເອກະສານກ່ຽວກັບ ວຽກງານກວດກາລັດ ໂດຍສະເພາະແມ່ນ ວຽກງານການຕ້ານການສໍ້ລາດບັງຫຼວງ, ສ້າງແຜນການຈັດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ໃຫ້ສໍາເລັດ.

Visual Composer Website Builder