ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ກະຊວງ ປກສ ສຸມໃສ່ປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າໃຫ້ມີຜົນສໍາເລັດຕາມຄາດໝາຍ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບ ຮອບ 58 ປີ ທີ່ຈະມາເຖິງນີ້ໃຫ້ມີຂະບວນການຟົດຟື້ນ ແລະ ມີຄວາມສະຫງົບປອດໄພ 100%.

ພັອ ປອ ມາລາ ວິລະຈິດ ຫົວໜ້າກົມ 512 ໃຫ້ສໍາພາດໃນວັນທີ 26 ມີນາ 2019 ວ່າ: ເນື່ອງໃນໂອ ກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ທີ່ຈະມາເຖິງນີ້, ຄະນະພັກ-ຄະນະກົມ ໄດ້ນໍາພາພະນັກງານ-ນັກຮົບສຸມໃສ່ປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນ 6 ກິດຈະກຳຂອງບັນດາວຽກ ງານຈຸດສຸມໃນຕໍ່ໜ້າ ເຊັ່ນ: ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງຂອງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ສາດ ໂດຍສະເພາະແມ່ນການຕິດຕາມ, ກວດກາຕຶກອາຄານ, ໄຟຟ້າ, ນໍ້າປະປາ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ, ສ້າງເຮືອນຈອດລົດ, ສ້ອມແປງຮົ້ວ ແລະ ຈຸດທີ່ເປ່ເພອື່ນໆ ເພື່ອຈັດຕັ້ງປະຕິບັດໃຫ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້; ປັບປຸງບູລະນະຫໍພິພິທະພັນ ປກສ, ເຊິ່ງເປັນວຽກຫຼັກໃນການສຸມໃສ່ການຄົ້ນຄວ້າ ເນື້ອໃນຈັດວາງສະແດງ, ສ້າງໂຄງຮ່າງວາງສະແດງຮູບພາບ-ວັດຖຸພັນຄືນໃໝ່ໃຫ້ຮັບປະກັນຕາມມາດຕະຖານຂອງຫໍພິພິທະພັນລະດັບຊາດ ແລະ ສາກົນ; ປັບປຸງ ທິດສະດີຍຸດທະສາດ ປກສ ຈັດຕັ້ງຝຶກອົບຮົມການຄົ້ນຄວ້າຍຸດທະສາດປ້ອງກັນຄວາມສະຫງົບ ໃຫ້ກົມກອງອ້ອມຂ້າງກະຊວງ ແລະ ຜັນຂະຫຍາຍໄປຈັດຕັ້ງຝຶກອົບຮົມໃຫ້ບັນດາກອງບັນຊາການແຂວງ ພ້ອມທັງສືບຕໍ່ເກັບກຳຂໍ້ມູນ-ຂ່າວສານຕ່າງໆ ເພື່ອສັງລວມຕີລາຄາສະພາບ ການຂອງພາກພື້ນ ແລະ ສາກົນ; ສ້າງ ແລະ ປັບປຸງນິຕິກຳຄຸ້ມຄອງການຄົ້ນຄວ້າວິທະຍາສາດ ປກສ, ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດ ປກສ ໃຫ້ເປັນລະບົບ; ສ້າງວາລະສານວິທະຍາສາດ ປກສ ໂດຍສຸມໃສ່ຄົ້ນຄວ້າບັນດານິຕິກຳທີ່ກ່ຽວຂ້ອງ, ຂຶ້ນແຜນການຂຽນບົດວິພາກຂອງກິດຈະກຳ, ອອກແບບ ແລະ ສ້າງປຶ້ມວາລະສານ ວິທະຍາສາດປ້ອງກັນຄວາມສະຫງົບເພື່ອນໍາສະເໜີຂັ້ນເທິງພິຈາລະນາ, ປັບປຸງ, ຮຽບ ຮຽງປຶ້ມປະຫວັດມູນເຊື້ອຂອງກຳລັງ ປກສ ຄົບຮອບ 60 ປີ, ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງສ້າງປຶ້ມຮູບພາບ 60 ປີຂອງກຳລັງ ແລະ ສ້າງຟີມມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ; ສືບຕໍ່ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຂໍຂໍ້ມູນຮັບໃຊ້ການສະຫຼຸບເຫດການປະຫວັດສາດສະກັດກັ້ນການປຸ້ນສະດົມດ່ານວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ສໍາເລັດຕາມຄາດໝາຍທີ່ວາງໄວ້.

ປີ 2018 ຜ່ານມາ, ແມ່ນໄດ້ປະຕິບັດວຽກງານວິສະເພາະຢ່າງຕັ້ງໜ້າ ກໍຄືການຈັດຕັ້ງປະຕິບັດຄົ້ນຄວ້າສ້າງແຜນບົດວິພາກ, ແລະ ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງເນື້ອໃນຈັດວາງສະແດງ, ຍົກລະດັບບົດບາດຫໍພິພິທະພັນ ປກສ ໃຫ້ສູງຂຶ້ນກວ່າເກົ່າ; ປັບປຸງທິດສະດີຍຸດທະສາດ ປກສ ເພື່ອກະກຽມຈັດຝຶກອົບຮົມໃຫ້ບັນດາກົມກອງ ແລະ ທ້ອງຖິ່ນໃນກຳລັງ ປກສ ຕາມທິດຊີ້ນໍາຂອງຂັ້ນເທິງ, ໃນນີ້, ໄດ້ກວດແກ້ ແລະ ຮຽບຮຽງ 4 ແຜນງານ 41 ໂຄງການຂອງກະຊວງ ພ້ອມຈັດພິມເປັນປຶ້ມສໍາເລັດ; ສ້າງ ແລະ ປັບປຸງນິຕິ ກຳຄຸ້ມຄອງການຄົ້ນຄວ້າວິທະຍາ ສາດ ປກສ, ເຊິ່ງໄດ້ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍວຽກງານຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີປ້ອງກັນຄວາມສະຫງົບ ຜ່ານກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຮັບຮອງສໍາເລັດ; ສ້າງວາລະສານວິທະຍາສາດ ປກສ. ໃນນີ້, ໄດ້ປັບປຸງ ແລະ ສັງລວມບັນດາເນື້ອໃນຂໍ້ມູນຂ່າວສານຕ່າງໆໃຫ້ມີເນື້ອໃນຫຼາກ ຫຼາຍລົງໃນເວັບໄຊຂອງກົມໄດ້ຈໍານວນ 35 ຫົວຂໍ້.