ໂດຍການເປັນປະທານຂອງ ສະຫາຍ ພັອ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ

ຄະນະພັກຮາກຖານ ຫ້ອງສັນຕິບານ ປກສ ແຂວງເຊກອງ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ບັນດາໜ່ວຍງານພັກ ທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018 ມີຄື: ໜ່ວຍພັກຫ້ອງການ, ໜ່ວຍພັກປ້ອງກັນພາຍໃນ ແລະ ໜ່ວຍພັກຄຸ້ມຄອງ ໃນອາທິດຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພັອ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ບັນດາ 3 ໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ຫ້ອງສັນຕິບານ ໄດ້ຜ່ານບົດສະຫຼຸບວ່າ:

ພິທີມອບໃບຢັ້ງຢືນໃຫ້ບັນດາໜ່ວຍງານພັກ ທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018

ໃນ 1 ປີ ຜ່ານມາ, ໄດ້ຈັດຕັ້ງປະຕິບັດຂອງໜ່ວຍພັກ 5 ເນື້ອໃນ ຮູ້ນໍາພາດ້ານການເມືອງ-ແນວຄິດ 97%, ຮູ້ນໍາພາດ້ານວຽກງານວິຊາສະເພາະ, ດ້ານວຽກງານເສດຖະກິດ, ດ້ານວຽກງານວັດທະນາທຳ-ສັງຄົມ ສາມາດປະຕິບັດໄດ້ 96,50%, ຮູ້ນໍາພາປັບປຸງອໍານາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມອື່ນໆ ສາມາດປະຕິບັດໄດ້ 95%;

ໜ່ວຍພັກມີຄະແນນລວມ 9,1 ຄະແນນ, ການປັບປຸງກໍ່ສ້າງພາຍໃນພັກ ແລະ ກໍ່ສ້າງພະນັກງານເຂົ້າຮຽນສະໜັບສະໜູນໄດ້ 3 ສະຫາຍ ຮຽນກົດລະບຽບພັກໄດ້ 1 ສະຫາຍ, ພັກສຳຮອງ 1 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 1 ສະຫາຍ.

ໃນນັ້ນ, ຈັດຕັ້ງປະຕິບັດໄດ້ 2,5 ຄະແນນ, ຈັດຕັ້ງນໍາພາວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດ-ໄພຮອບດ້ານ.

ໂອກາດດັ່ງກ່າວ, ສະຫາຍ ພັອ ສົມໄຊ ພູລະຄຳມະນີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມນີ້ຍັງໄດ້ເນັ້ນໃຫ້ ຄະນະພັກ-ຄະນະຫ້ອງ ພ້ອມດ້ວຍພະນັກງານ, ສະມາຊິກພັກ ເພີ່ມທະວີເຄື່ອນໄຫວວຽກງານວິຊາສະເພາະ, ສາມາດເຮັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ສໍາເລັດ, ມີແນວຄິດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງຕາມ 5 ເນື້ອໃນ ໃຫ້ກາຍເປັນສາມະຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕະຫຼອດໄປ.

Visual Composer Website Builder