ວັນທີ 28 ມີນາ 2019, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປືກສາຫາລື ໂປອາວ ເພື່ອອາຊີ ປະຈຳປີ 2019 (Boao Forum for Asia Annual Conference 2019) ໃນຫົວຂໍ້ “ຮ່ວມອະນາຄົດ ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ” ໂດຍແມ່ນ ພະນະທ່ານ ຫຼີ່ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມ ຢ່າງເປັນທາງການ ແລະ ມີບັນດາຜູ້ນໍາຂັ້ນສູງ ອະດີດຜູ້ນໍາຈາກຫຼາຍປະເທດ ນັກຄົ້ນຄວ້າຄັງປັນຍາທີ່ມີຊື່ສຽງລວມທັງນັກທຸລະກິດ ນັກລົງທືນ ຈາກພາກພື້ນອາຊີ ເອີລົບ ແລະ ອື່ນໆ ກໍ່ໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ໃນພິທີເປີດກອງປະຊຸມປຶກສາຫາລືໂປອາວ ເພື່ອອາຊີ 2019 ຄັ້ງນີ້ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຂຶ້ນມີຄຳເຫັນໃນພິທີເປີດກອງປະຊຸມໂດຍທ່ານໄດ້ຢໍ້າຄືນເຖີງປະຫວັດຄວາມເປັນມາຂອງກອງປະ ຊຸມ “ເວທີປຶກສາຫາລືໂປອາວ ເພື່ອອາຊີ” ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນມາໄດ້ 18 ປີ ແລ້ວ ທີ່ໄດ້ເຫັນວ່າ ເວທີດັ່ງກ່າວເປັນເວທີໜຶ່ງທີ່ສຳຄັນທີ່ສາມາດເປີດກວ້າງໃຫ້ແກ່ຜູ້ນຳລະດັບຕ່າງໆຂອງທຸກປະເທດໃນໂລກໄດ້ເຂົ້າມາສະແດງວິໄສທັດແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະ ກັນ ຢ່າງກວ້າງຂວາງ ເພື່ອເປີດໂອກາດໃຫ້ມີການແລກປ່ຽນຄວາມຄິດຄວາມເຫັນທີ່ສຳຄັນໃນລັກ ສະນະນີ້ທີ່ຈະນຳໄປສູ່ການຮຽນຮູ້ເຊິ່ງກັນ ແລະ ກັນໂດຍມີຈຸດປະສົງເພື່ອການຊຸກຍູ້ກົນໄກຕ່າງໆທາງດ້ານການຮ່ວມມືໃນພາກພື້ນອາຊີ ແລະ ໃນໂລກ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

ພ້ອມດຽວກັນນີ້ ຍັງເປັນເວທີການປຶກສາຫາລືການເຊື່ອມໂຍງ-ເຊື່ອມຈອດ ຂອງທະວີບອາຊີ ໄປເຖິງທະວີບອື່ນໆ ຊຶ່ງຜົນຂອງການປຶກສາຫາລືຢູ່ໃນກອງປະຊຸມຄັ້ງນີ້ ຈະເປັນການນໍາເອົາຜົນປະໂຫຽດຕົວຈິງມາສູ່ປະຊາ ຊົນໃນພາກພື້ນກໍຄືໃນໂລກ ເປັນຕົ້ນແມ່ນດ້ານການເມືອງ-ຄວາມໝັ້ນຄົງ ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການພັວພັນທາງດ້ານວັດທະນະທໍາ-ສັງຄົມ ເພື່ອໃຫ້ມີການພັດທະນາແບບຍືນຍົງ ແລະ ເພີ່ມທະວີການພົວພັນການທູດ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບປະຊາຊົນດ້ວຍກັນ.