ໂດຍການເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານ ປະຈໍາປີ 2018 ໃນວັນທີ 25 ມີນາ 2019 ໂດຍການເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະບັນຊາ ປກສ ແຂວງ, ເມືອງສິງ ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ ໄດ້ລາຍງານວ່າ:

ທົ່ວເມືອງມີ 92 ບ້ານ, ມີ 517 ໜ່ວຍ, ມີ 7.627 ຫຼັງຄາເຮືອນ, ມີ 9.555 ຄອບຄົວ, ພົນລະເມືອງ ທັງໝົດ 42.143 ຄົນ ຍິງ 19.962 ຄົນ, ປ່ຽນປຶ້ມສໍາມະໂນຄົວ 840 ຫົວ, ແຍກສໍາມະໂນຄົວ 74 ຫົວ, ກອງກໍ່ສ້າງຮາກຖານ 917 ປະຈໍາຢູ່ເມືອງສິງ ຮັບຜິດຊອບ 2 ຈຸດຄື: ຈຸດຊຽງແຂງ ແລະ ບ້ານມອມ ຢູ່ແຕ່ລະຈຸດແມ່ນໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມ 4 ເນື້ອໃນ 4 ຄາດໝາຍ 4 ພາລະບົດບາດ ຢ່າງຕັ້ງໜ້າ, ສົມທົບກັບ ເລຂາຄະນະພັກຮາກຖານ ແລະ ປກສ ບໍລິການປະຊາຊົນ ປັບປຸງອົງການປົກຄອງບ້ານໄດ້ 21 ບ້ານ, ສົມທົບ ປກສ ບໍລິການປະຊາຊົນ ເກັບກໍາຂໍ້ມູນສ້າງຄອບຄົວ-ບ້ານປ້ອງກັນຄວາມສະຫງົບດີ ໄດ້ 12 ບ້ານ, ມີ 828 ຄອບຄົວ ແລະ ປະເມີນ 4 ບ້ານ, ມີ 316 ຄອບຄົວ, ສົມທົບກັບ ອົງການປົກຄອງບ້ານ ສ້າງບົດບັນທຶກສຶກສາອົບຮົມເປົ້າໝາຍຕ່າງໆ ຈໍານວນ 125 ຄັ້ງ, ຫັນເອົາກໍາລັງ ປກສ ບໍລິການປະຊາຊົນ ລົງປະຈໍາບ້ານຫຼ່ໍແຫຼມ 14 ບ້ານ ແລະ ລະດົມຜູ້ຕິດຢາເສບຕິດບໍາບັດດ້ວຍຕົນເອງມີ 5 ບ້ານ.

ກອງປະຊຸມຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານ ປະຈໍາປີ 2018 ໃນວັນທີ 25 ມີນາ 2019

ພົຈວ ຄໍາສາຍ ຈັນທະວົງ ໄດ້ເນັ້ນໃຫ້ ຄະນະຮັບຜິດຊອບ ເອົາໃຈໃສ່ ເປັນຕົ້ນແມ່ນໃຊ້ວິທີຈົດກ່າຍ, ປ້ອນຂໍ້ມູນເຂົ້າປຶ້ມສໍາມະໂນຄົວ, ເກັບຂໍ້ມູນລະບົບ IPM ໃຫ້ໄດ້ 85% ຂຶ້ນໄປ, ການອອກບັດປະຈໍາຕົວ ເຮັດໃຫ້ດີຂຶ້ນກວ່າເກົ່າ, ລົງກວດກາດັດແກ້ສໍາມະໂນຄົວແບບເກົ່າແຕ່ລະບ້ານ ໃນ 9 ກຸ່ມ ໃຫ້ສໍາເລັດ ແລະ ປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.