ໃນທ້າຍອາທິດທີ່ຜ່ານມານີ້, ຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ ປກສ ແຂວງຜົ້ງ ສາລີ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ເຂົ້າຮ່ວມ ໂດຍ ພັທ ສີວົງໄຊ ວິໄລໄຟ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງ, ມີ ພັທ ບຸນ ທອງ ລາວຈຸງ ຫົວໜ້າຄ້າຍຄຸມ ຂັງ-ດັດສ້າງ ຕະຫຼອດຮອດພະ ນັກງານ-ນັກຮົບ, ນາຍ ແລະ ພົນ ຕໍາຫຼວດເຂົ້າຮ່ວມ. ຮອ ສົມພອນ ຕິງໄຊຍະສາ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ໄດ້ຜ່ານບົດສະຫຼຸບວ່າ: ຕະຫຼອດ ໄລຍະໜຶ່ງປີທີ່ຜ່ານມາ, ຄະນະ ພັກ-ຄະນະບັນຊາ ໄດ້ສຶກສາອົບ ຮົມໃຫ້ແກ່ນັກໂທດ, ຕ້ອງຫາດັດ ສ້າງ ເພື່ອໃຫ້ເຂົາເຈົ້າກໍາແໜ້ນບັນດາຂໍ້ກໍານົດກົດລະບຽບຂອງລັດ ແລະ ນະໂຍບາຍຕ່າງໆ ຂອງພັກ ທີ່ມີຕໍ່ນັກໂທດ, ຕ້ອງຫາ-ດັດສ້າງ ເຮັດໃຫ້ບັນດານັກໂທດຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ ຂອງຕົວເອງ ແລະ ຕັ້ງໜ້າຝຶກຝົນ ຕົນເອງຈົນໄດ້ຮັບນະໂຍບາຍອະ ໄພຍະໂທດ-ຫຼຸດຜ່ອນໂທດ ມີ 13 ຄົນ ຍິງ 1 ຄົນ, ອະໄພຍະໂທດ ປ່ອຍຕົວມີ 1 ຄົນ. ທ່ານຮອງຫົວໜ້າກອງບັນ ຊາການ ປກສ ແຂວງ ຍັງໄດ້ຮຽກ ຮ້ອງຄະນະພັກ-ຄະນະບັນຊາຈົ່ງ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມນັກ ໂທດ, ຕ້ອງຫາ-ດັດສ້າງ ເພື່ອເຮັດ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ກັບແນວທາງນະໂຍ ບາຍຂອງພັກ-ລະບຽບກົດໝາຍ ຂອງລັດ, ເອົາໃຈໃສ່ເຮັດວຽກ ງານປ້ອງກັນຄວາມສະຫງົບ ດ້ວຍ ການຈັດຕັ້ງການປ້ອງກັນເວນຍາມ, ປະຈໍາການກຽມພ້ອມສູ້ຮົບຕະ ຫຼອດ 24 ຊົ່ວໂມງ ແລະ ປ້ອງ ກັນນັກໂທດ-ດັດສ້າງຢ່າງໃກ້ຊິດ.

ໃນທ້າຍອາທິດທີ່ຜ່ານມານີ້, ຄ້າຍຄຸມຂັງ-ດັດສ້າງ ຫຼັກ 46 ເມືອງບຸນເໜືອ ປກສ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ເຂົ້າຮ່ວມໂດຍ ພັທ ສີວົງໄຊ ວິໄລໄຟ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ພັທ ບຸນທອງ ລາວຈຸງ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ຕະຫຼອດຮອດພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ຮອ ສົມພອນ ຕິງໄຊຍະສາ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ໄດ້ຜ່ານບົດສະຫຼຸບວ່າ:

 ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ສຶກສາອົບຮົມໃຫ້ແກ່ນັກໂທດ, ຕ້ອງຫາດັດສ້າງ ເພື່ອໃຫ້ເຂົາເຈົ້າກໍາແໜ້ນບັນດາຂໍ້ກໍານົດກົດລະບຽບຂອງລັດ ແລະ ນະໂຍບາຍຕ່າງໆຂອງພັກທີ່ມີຕໍ່ນັກໂທດ, ຕ້ອງຫາ-ດັດສ້າງ ເຮັດໃຫ້ບັນດານັກໂທດຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົວເອງ ແລະ ຕັ້ງໜ້າຝຶກຝົນຕົນເອງຈົນໄດ້ຮັບນະໂຍບາຍອະໄພຍະໂທດ-ຫຼຸດຜ່ອນໂທດ ມີ 13 ຄົນ ຍິງ 1 ຄົນ, ອະໄພຍະໂທດປ່ອຍຕົວ ມີ 1 ຄົນ. 

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ຮຽກຮ້ອງ ຄະນະພັກ-ຄະນະບັນຊາ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາອົບຮົມນັກໂທດ, ຕ້ອງຫາ-ດັດສ້າງ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ດ້ວຍການຈັດຕັ້ງການປ້ອງກັນເວນຍາມ, ປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ປ້ອງກັນນັກໂທດ-ດັດສ້າງຢ່າງໃກ້ຊິດ.