ໃນວັນທີ 29 ມີນາ 2019 ທີ່ເດີ່ນກິລາເຈົ້າອານຸວົງ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ ນໍາໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງການນໍາ ແລະ ນັກກິລາ 2 ກະຊວງໃຫ້ມີເປັນຂະບວນຟົດຟື້ນ.

ພັອ ແສນອາໄລ ບົວອາພອນ ຄະນະຮັບຜິດຊອບຂະບວນການແຂ່ງຂັນກິລາ ຫົວໜ້າກົມກິລາ ກ່າວວ່າ: ການສ້າງຂະບວນການບານເຕະໃນຄັ້ງນີ້, ນອກຈາກຈະເປັນການເຕະບານເພື່ອມິດຕະພາບແລ້ວ ຍັງເປັນການຊົມ ເຊີຍວັນສ້າງຕັ້ງພັກ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ແລະ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ໃຫ້ມີບັນຍາກາດມ່ວນຊື່ນ, ທັງເປັນການສ້າງຄວາມສາມັກຄີມິດຕະພາບລະຫວ່າງການນໍາ, ຄະນະພັກ, ຄະນະນໍາ, ຄະນະບັນຊາ, ພະນັກ ງານ-ລັດຖະກອນ ແລະ ນັກກິລາ 2 ກະຊວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ການແຂ່ງຂັນດໍາເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ມີຄວາມຟົດຟື້ນມ່ວນຊື່ນ ທ່າມກາງບັນຍາກາດສຽງເຊຍຂ້າງສະໜາມ. ພ້ອມນີ້, ກໍໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກກອງສິລະປະກອນ ປກສ, ຜ່ານການແຂ່ງຂັນປ ກົດວ່າ: ໃນເຄິ່ງເວລາທໍາອິດທີມການນໍາກະຊວງປ້ອງກັນຄວາມສະຫງົບ ຍິງປະຕູຂຶ້ນນໍາທີມການນໍາກະຊວງແຜນການ ແລະ ການລົງທຶນໄປກ່ອນ 1-0 ປະຕູ ແລະ ມາເຄິ່ງເວລາທີສອງ ທັງສອງທີມ ແມ່ນໄດ້ປ່ຽນກັນຮັບກັນບຸກ ປະກົດວ່າສາມາດຍິງປະຕູກັນໄດ້ 1-1 ປະຕູ ຈົບເກມແຂ່ງຂັນທີມການນໍາ ກະຊວງປ້ອງກັນຄວາມສະຫງົບ ເອົາຊະນະທີມການນໍາກະຊວງ ແຜນການ ແລະ ການລົງທຶນ ດ້ວຍຜົນຄະແນນ 2-1 ປະຕູ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຂັນມິດຕະພາບໃຫ້ທ່ານລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໃນໂອກາດດຽວກັນກະຊວງແຜນການ ແລະ ການລົງທຶນໄດ້ມອບ ເງິນສົດ ຈໍານວນ 15.000.000 ກີບ ໃຫ້ກັບກະຊວງປ້ອງກັນຄວາມສະຫງົບ ມອບໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ຮັບໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນການປະກອບສ່ວນເຂົ້າວຽກງານຂະບວນການແຂ່ງຂັນກິລາຂອງກະຊວງປ້ອງກັນຄວາມສະຫງົບ ນຳອີກ.