ມອບລົດມອດໄຟໃຫ້ ປກສ ເມືອງນາກາຍ

ໃນວັນທີ 26 ມີນາ 2019 ນີ້, ກອງບັນຊາການ ປກສ ເເຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບລົດມອດໄຟ ຈໍານວນ 1 ຄັນໃຫ້ກອງບັນຊາການ ປກສ ເມືອງນາກາຍ ຈໍານວນ 1 ຄັນ, ມອບໂດຍ ພັທ ໂອ້ລິດ ພະນະເທບ ຮອງຫົວໜ້າຫ້ອງຕໍາຫຼວດ, ກ່າວຮັບຂອງ ພັທ ມອນໃສ ໄຊຍະສິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມ.

ລົດທີ່ມາມອບໃນຄັ້ງນີ້ ມີຈໍານວນ 1 ຄັນ, ຍີ່ຫໍ້ AUMAN ອູ (ແມ້ນ) ພ້ອມດ້ວຍອຸປະກອນໃນການມອດໄຟ, ຍັງໄດ້ຮັບຟັງການເເນະນໍາບາງວຽກງານວິຊາສະເພາະທີ່ກ່ຽວຂ້ອງ ເພື່ອນໍາໃຊ້ລົດດັ່ງກ່າວເຂົ້າໃນການປະຕິບັດໜ້າທີ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ພາຍໃນເມືອງໃຫ້ມີຄວາມສະດວກ, ວ່ອງໄວ ເເລະ ຖືກຕາມຫຼັກການວິຊາສະເພາະ.