ອຳນວຍການ ວສປ ຊີ້ນຳໃຫ້ມີສະຕິ ໃນການຈັດຕັ້ງປະຕິບັດວຽກງານ

0
1466

ພົຈວ ປອ ວັນເຮືອງ ນັນທະຈັກ ຄະນະພັກກະຊວງ, ເລຂາຄະນະພັກ, ອໍານວຍການວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຊີ້ນໍາຄະນະພັກ, ສະມາຊິກພັກ ວສປ ທຸກສະຫາຍ ຈົ່ງມີສະຕິໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ມີຄວາມເຂັ້ມງວດ, ເຄັ່ງຄັດ, ເກັບກໍາ ແລະ ຈໍາແນກມິດ-ສັດຕູໃຫ້ຈະແຈ້ງ.

ພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ແລະ ພົບປະໂອ້ລົມຕໍ່ ຄະນະພັກ, ສະມາຊິກພັກ ອ້ອມຂ້າງວິທະຍາຄານສັນຕິບານປະຊາຊົນ

ການຊີ້ນໍາຄັັ້ງນີ້ ໄດ້ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມເປັນປະທານ ໃນພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ແລະ ພົບປະໂອ້ລົມຕໍ່ ຄະນະພັກ, ສະມາຊິກພັກ ອ້ອມຂ້າງວິທະຍາຄານສັນຕິບານປະຊາຊົນ ໃນວັນທີ 2 ເມສາ 2019.

ທ່ານກ່າວວ່າ:

ຄະນະພັກ, ສະມາຊິກພັກ ລ້ວນແລ້ວແຕ່ແມ່ນ ພະນັກງານຜູ້ຊີ້ນໍາ-ບັນຊາ, ເປັນພະນັກງານນໍາໜ້າໃນການເຄື່ອນໄຫວວຽກງານຕ່າງໆ.

ສະນັ້ນ, ບັນດາສະຫາຍສະມາຊິກພັກ ຕ້ອງເປັນຜູ້ນໍາພາ-ບັນຊາ ທີ່ມີແບບແຜນອັນລະອຽດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ບໍ່ວ່າຈະເປັນແບບແຜນໃນຕໍ່ໜ້າ ແລະ ແບບແຜນຮັບມືກັບສິ່ງຕ່າງໆ, ຕ້ອງມີການຕິດຕາມ, ເກັບກໍາຂໍ້ມູນ ແລະ ຈໍາແນກໃຫ້ໄດ້ຢ່າງລະອຽດກ່ຽວກັບ ມິດ-ສັດຕູ, ເພື່ອນຮ່ວມງານທີ່ດີ ແລະ ຜູ້ແອບແຝງເອື້ອອີງຕໍ່ການປະຕິບັດໜ້າທີ່ຂອງເຮົາ ເພື່ອຫາຜົນປະໂຫຍດໃຫ້ກັບຕົວຂອງເຂົາເຈົ້າ.

ໃນພິທີ, ພົຈວ ປອ ວັນເຮືອງ ນັນທະຈັກ ຍັງໄດ້ປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ເພື່ອເຮັດໃຫ້ ຄະນະພັກ, ສະມາຊິກພັກ, ພະນັກງານ-ນົກຮົບ, ຄູ-ອາຈານ, ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງຕໍ່ມູນເຊື້ອອັນພິລະອາດຫານ ໃນການຕໍ່ສູ້ກູ້ຊາດຄຽງບ່າຄຽງໄລ່ກັບ ກໍາລັງປ້ອງກັນຊາດ ໃນເມື່ອກ່ອນ.

Visual Composer Website Builder

ພ້ອມນັ້ນ, ຍັງຈະເປັນການເຊື່ອມຊຶມໃຫ້ ກໍາລັງປ້ອງກັນຄວາມສະຫງົບຮຸ່ນໃໝ່ນີ້ ໄດ້ຈົດຈໍາ, ຮັບຮູ້ຈະແຈ້ງຕໍ່ມູນເຊື້ອດັ່ງກ່າວ ແລະ ຈະໄດ້ນໍາເອົາໄປເປັນແບບແຜນໃນການປະຕິບັດໜ້າທີ່ວຽກງານ ໃຫ້ເກີດດອກອອກຜົນສູງສຸດ.