ກະຊວງສາຖານະການສຸກເສີນຂອງຈີນ ຖະແຫຼງຂ່າວວ່າ ເຈົ້າໜ້າທີ່ມອດໄຟເກືອບ 700 ຄົນໄດ້ຮັບຄຳສັ່ງໃຫ້ລົງໄປປະຕິບັດໜ້າທີ່ມອດໄຟປ່າ; ເຊິ່ງເກີດຂຶ້ນມາຕັ້ງແຕ່ວັນທີ 30 ມີນາ ທີ່ຜ່ານມາ ຢູ່ເທິງພູສູງປະມານ 4.000 ແມັດໃນເຂດມູລີ່ມົນທົນເສດຊົນທາງພາກຕາເວັນຕົກສຽງໃຕ້ຂອງຈີນ. ແຕ່ເຈົ້າໜ້າທີ່ກູ້ໄພໄດ້ຄົ້ນພົບເຈົ້າໜ້າທີ່ມອດໄຟເສຍຊີວິດ 30 ຄົນແລ້ວ ຕາມການລາຍງານເບື້ອງຕົ້ນວ່າ ສູນຫາຍໄປລະຫວ່າງການປະຕິບັດໜ້າທີ່.

ຂ່າວລາຍງານໃຫ້ຮູ້ອີກວ່າ: ເຈົ້າໜ້າທີ່ທ້ອງຖິ່ນຂາດການຕິດຕໍ່ກັບເຈົ້າເຈົ້າໜ້າທີ່ມອດໄຟທັງ 30 ຄົນນີ້ຕັ້ງແຕ່ຕອນບ່າຍຂອງວັນທີ 31 ມີນາ ທີ່ຜ່ານມາ, ຫຼັງຈາກກະແສລົມປ່ຽນທິດກະທັນຫັນ ເຮັດໃຫ້ເກີດໄຟລຸກໄໝ້ຂະໜາດໃຫຍ່ຢ່າງຮ້າຍແຮງໃນພື້ນທີ່ເກີດໄຟປ່າເທິງພູສູງ; ເຊິ່ງພາບຂ່າວຈາກໂທລະພາບ ສະແດງໃຫ້ເຫັນວ່າກຸ່ມຄວັນພຸ່ງຂຶ້ນຈາກປ່າທີ່ສາມາດເຫັນໄດ້ໃນໄລຍະໄກ.

ເຈົ້າໜ້າທີ່ທາງການຂອງຈີນ ກ່າວວ່າ ມີໄຟໄໝ້ປ່າອີດຈຸດໜຶ່ງໃນມົນທົນຊານຊີທາງພາກເໜືອຂອງຈີນ ເປັນເວລາ 2 ວັນ, ເຊິ່ງເຈົ້າໜ້າທີ່ມອດໄຟສາມາດຄຸບຄຸມເພີງໄດ້ແລ້ວໃນທ້າຍອາທິດທີ່ຜ່ານມາ ແລະ ເຈົ້າໜ້າທີ່ໄດ້ອົບພະຍົບປະຊາຊົນຫຼາຍກວ່າ 9.000 ຄົນອອກຈາກພື້ນທີ່ອາໃສ. ແຕ່ບໍ່ມີລາຍງານຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ. ນອກຈາກນັ້ນ, ຍັງເຈົ້າໜ້າທີ່ມອດໄຟເກືອຍ 3.000 ຄົນລົງພື້ນທີ່ມອດໄຟປ່າເຂດນອກເມືອງໃນນະຄອນຫຼວງປັກກິ່ງ ໃນນຳອີກ.

ສຳນັກງານອຸຕຸນິຍົມວິທະຍາຂອງຈີນ ແຈ້ງເຕືອນວ່າ ອຸນຫະພູມທີ່ສູງຂຶ້ນ ແລະ ມີປະລິມານຝົນຕົກໜ້ອຍ ເມື່ອທຽບໃສ່ກັບກັບປີທີ່ຜ່ານມາ ເຮັດໃຫ້ເກີດຄວາມສ່ຽງທີ່ຕະເກີດໄຟປ່າທາງພາກເໜືອຂອງປະເທດຈີນ.