ກອງປະຊຸມໃຫຍ່ສະມາສິກພັກຮາກຖານ ປກສ ເມືອງປາກກະດິງ ຄັ້ງທີ 1

ກອງປະຊຸມໃຫຍ່ສະມາຊິກພັກຮາກຖານ ກອງບັນຊາການ ປກສ ເມືອງ ປາກກະດິງ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 3 ເມສາ 2019 ໂດຍການເປັນປະທານຂອງ ສະຫາຍ ພັທ ວົງພະຈັນ ແກ້ວວິຊຽນ ເລຂາຄະນະພັກຮາກຖານຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ເຂົ້າຮ່ວມຂອງສະຫາຍ ສົມພອນຈັນ ທະນາສຸກ ເລຂາພັກເມືອງ, ເຈົ້າເມືອງໆປາກກະດິງ, ມີແຂກ ຮັບເຊີນ, ຄະນະພັກກອງບັນຊາການ ປກສ ແຂວງ, ເມືອງ, ກອງກໍ່ສ້າງຮາກຖານ, ເລຂາ-ຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ເຂົ້າຮ່ວມ.

ໃນກອງປະຊຸມຍັງໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກຕໍ່ທີ່ປະຊຸມ ພ້ອມທັງຜ່ານບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານໃນການຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງສະແດງອອກຄື: ຜ່ານມາຄະນະພັກ ໄດ້ຖືເອົາວຽກງານສຶກອົບຮົມການເມືອງ-ແນວຄິດເປັນກົກ, ໄດ້ດໍາເນີນຊີວິດການເມືອງ ເປັນປົກກະຕິ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ ແລະ ເຊື່ອໝັ້ນຕໍ່ອຸດົມການຂອງພັກ-ລັດ; ຜ່ານການປະຕິບັດໜ້າທີ່ໃນ 5 ປີຜ່ານມາ, ທົ່ວເມືອງ ມີຄະດີເກີດຂຶ້ນທັງໝົດ 376 ເລື່ອງ; ໃນນີ້, ຄະດີອາຍາເກີດຂຶ້ນ 198 ເລື່ອງ, ສາມາດກັກຕົວຜູ້ຖືກຫາໄດ້ 258 ຄົນ ຍິງ 10 ຄົນ, ສ້າງຜົນເສຍຫາຍ ເປັນເງິນກີບ 384.563.000 ກີບ, ເງິນບາດໄທ 152.000 ບາດ, ວັດຖຸຄ້າຍຄືຄໍາ 24 ບາດ, ເງິນໂດລາ 5.500 ໂດລາ, ເງິນຢວນ 270 ຢວນ, ໄຟໄໝ້ເຮືອນປະຊາຊົນ 3 ຫຼັງ ລວມມູນຄ່າເສຍຫາຍ 500 ກວ່າລ້ານກີບ, ຂອງກາງທີ່ເກັບກູ້ມາໄດ້ມີເງິນກີບທະນາຄານ ຈໍານວນ 24 ລ້ານກວ່າກີບ, ເງິນບາດ 54.520 ບາດ, ວັດຖຸຄ້າຍຄືຄໍາ 6 ບາດ, ລົດຈັກ 13 ຄັນ, ຈັກດູດນໍ້າ 1 ເຄື່ອງ; ຄະດີຢາເສບຕິດເກີດຂຶ້ນ ທັງໝົດ 178 ເລື່ອງ, ຜູ້ຖືກຫາ 223 ຄົນ ຍິງ 19 ຄົນ, ຂອງກາງມີ ຢາບ້າ 107.845 ເມັດ, ກັນຊາແຫ້ງ 615 ກິໂລກຼາມ, ກັນຊາອັດແທ່ງ 5 ແທ່ງ, ສະເກັດນໍ້າແຂງ 12 ເມັດ, ຢາໄອສ໌ 12 ຫຼອດນ້ອຍ ທຽບໃສ່ປີຜ່ານມາ ແມ່ນຫຼຸດລົງ 17 ເລື່ອງ ເທົ່າກັບ 9,55 %; ຄະດີອຸບັດຕິເຫດເກີດຂຶ້ນ 250 ຄັ້ງ, ມີຄົນໄດ້ຮັບບາດເຈັບ 416 ຄົນ, ເສຍຊີວິດ 44 ຄົນ, ພາຫະນະເປ່ເພ 461 ຄັນ, ທຽບໃສ່ປີຜ່ານມາ ຫຼຸດລົງ 39 ຄັ້ງ ເທົ່າກັບ 37,2%.

ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຈາກຜູ້ລົງສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ຜ່ານ ການປ່ອນບັດເລືອກຕັ້ງກອງປະຊຸມຄັ້ງປະຖົມມະລືກ ເລືອກໄດ້ ສະຫາຍ ພັທ ວົງພະຈັນ ແກ້ວວິຊຽນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັທ ສົມບູນ ພິມມະສານ ເປັນຮອງເລຂາ, ສະຫາຍ  ພັທ ສົມໃຈ ສຸວັນນະໂຄດ ເປັນປະທານກວດກາ ແລະ ອີກ 2 ສະຫາຍ ເປັນຄະນະ.